(vovworld) - ຕອນບ່າຍວັນທີ 18/9, ຢູ່ນອກກອງປະຊຸມໃຫ່ຍຂອງສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 33 (AIPA), ເຊິ່ງດຳເນີນໄປຢູ່ Lombok, ແຂວງ West Nusa Tenggara, ປະເທດອີນໂດເນເຊຍ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ Tong Thi Phong ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມ, ໄດ້ມີການພົບປະສອງຝ່າຍກັບການນຳສະພາແຫ່ງຊາດຫຼາຍທ່ານເຊິ່ງແມ່ນຫົວໜ້າຄະນະຜູ້ແທນປະເທດ ກຳປູເຈຍ, ເບລາຣຸດ ແລະ ລັດເຊຍ.
ໃນການພົບປະກັບທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Somrin, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ Tong Thi Phong ປາດຖະໜາຢາກໃຫ້ສະພາແຫ່ງຊາດສອງປະເທດ ແລະ ບັນດາກຳມາທິການຂອງສະພາແຫ່ງຊາດເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນ, ເພື່ອແນໃສ່ຍົກສູງບົດບາດ ແລະ ປະສິດທິຜົນໃນການເຄື່ອນໄຫວສ້າງກົດໝາຍ ແລະ ຕິດຕາມກວດກາການປະຕິບັດກົດໝາຍຂອງສະພາແຫ່ງຊາດ, ພ້ອມກັນນັ້ນ ຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນແຈ້ງການຮ່ວມເຊິ່ງທ່ານປະທານສະພາແຫ່ງຊາດສອງປະເທດໄດ້ເຫັນດີນຳກັນຢ່າງມີປະສິດທິຜົນ.
ໃນບັນດາການພົບປະສອງຝ່າຍກັບຫົວໜ້າຄະນະສະມາຊິກສະພາແຫ່ງຊາດສອງປະເທດທີ່ເປັນນັກສັງເກດການ ແມ່ນທ່ານຮອງປະທານສະພາແຫ່ງຊາດເບລາຣຸດ Victor Guminski ແລະ ທ່ານຮອງປະທານ Duma ແຫ່ງຊາດລັດເຊີຍ Iliyas Ukhmanov, ທ່ານຮອງປະທານສະພາແຫ່ງຊາດ Tong Thi Phong ແລະ ບັນດາການນຳສະພາແຫ່ງຊາດເບລາຣຸດ, ລັດເຊຍ ໄດ້ຢືນຢັນຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງລະຫວ່າງສະພາແຫ່ງຊາດ ແລະ ປະຊາຊົນບັນດາປະເທດ ແລະ ການຮ່ວມມືນີ້ບໍ່ພຽງແຕ່ປະກອບສ່ວນປັບປຸງບັນດາການພົວພັນຮ່ວມມືມິດຕະພາບມິດທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ກັບ ເບລາຣຸດ ແລະ ລັດເຊຍ ເທົ່ານັ້ນ, ຫາກຍັງປະກອບສ່ວນໃຫ້ການພົວພັນລະຫວ່າງ AIPA ກັບ ເບລາຣຸດ ແລະ ລັດເຊຍ ອີກດ້ວຍ.