(vovworld) - ທີ່ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຮີ່ງງອກເຊີນ ນຳໜ້າ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ, ທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Xonrin; ຮອງປະທານສະພາສູງກຳປູເຈຍ Tep Ngon ແລະ ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຮີ່ງງອກເຊີນ ພ້ອມກັນສະແດງຄວາມປິຕິຊົມຊື່ນຕີລາຄາ ການພົວພັນລະຫວ່າງສອງປະເທດໃນທຸກໆຂົງເຂດ ແລະ ລະຫວ່າງບັນດາອົງການ, ຄະນະ, ຂະແໜງການສອງສອງປະເທດ, ໃນນັ້ນມີບັນດາອົງການນິຕິບັນຍັດພວມນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. ໃນໄລຍະຈະມາເຖິງ, ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດ, ສະພາສູງກຳປູເຈຍ ຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນນິຕິບັນຍັດ, ໜູນຊ່ວຍເຊິ່ງກັນ ແລະ ກັນໃນບັນດາຂົງເຂດຍົກສູງຄຸນນະພາບແຫຼງຊັບພະຍາກອນມະນຸດ, ເພື່ອແນໃສ່ຍົກສູງຄຸນນະພາບວຽກງານນິຕິບັນຍັດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.