ຮອງປະທານສະພາແຫ່ງຊາດ ເຮັດວຽກກັບຄະນະພັກກະຊວງສຶກສາ ແລະ ບຳລຸງສ້າງ
(ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
ເຮັດວຽກກັບຄະນະພັກກະຊວງສຶກສາ ແລະ ບຳລຸງສ້າງ)
(vovworld) - ວັນທີ 7/5, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຮັດວຽກກັບຄະນະພະນັກງານອົງຄະນະພັກກະຊວງສຶກສາ ແລະ ບຳລຸງສ້າງ ກ່ຽວກັບເລື່ອງສືບຕໍ່ປະຕິບັດມະຕິສູນກາງທີ 4, ຊຸດທີ 11 ກ່ຽວກັບ ”ບາງບັນຫາຮີບດ່ວນໃນການກໍ່ສ້າງພັກປະຈຸບັນນີ້”. ຄະນະກວດກາ ແລະ ຄະນະພະນັກງານອົງຄະນະພັກ ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ເຫັນດີ ສະເໜີຕໍ່ກົມການເມືອງ, ຄະນະເລຂາຊີ້ນຳ ການປະຕິບັດມະຕິສູນກາງທີ 4 ຢ່າງມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ, ເຊິ່ງຈຸດສຸມແມ່ນວຽກງານຈັດຕັ້ງ - ພະນັກງານ ແລະ ປະຕິບັດຫຼັກການລວມສຸນປະຊາທິປະໄຕ. ຄະນະພະນັກງານອົງຄະນະພັກ ກະຊວງສຶກສາ ແລະ ບຳລຸງສ້າງຈະກວດກາເອງ, ຕີລາຄາ ແລະ ລາຍງານກັບຄະນະກວດກາບັນດາວຽກງານໄດ້ປະຕິບັດສຳເລັດ ແລະ ບໍ່ທັນສຳເລັດ, ສາຍເຫດ ແລະ ບັນດາຂໍ້ສະເໜີ.