ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
(vovworld)-ວັນທີ 6/9 ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາຕ່ຳຣູມານີ Valeriu Stefan Zgonea ໃນຂອບເຂດການໄປຢ້ຽມຢາມຣູມານີ ຢ່າງເປັນທາງການ. ນະການຕ້ອນຮັບ, ທ່ານປະທານສະພາຕ່ຳຣູມານີ Valeriu Stefan Zgonea ຢືນຢັນວ່າຣູມານີ ຈະເຮັດຈົນສຸດຄວາມສາມາດເພື່ອພັດທະນາການພົວພັນຮ່ວມມືກັບຫວຽດນາມ ແລະ ເປັນຂົວຕໍ່ລະຫວ່າງຫວຽດນາມ ກັບບັນດາປະເທດອີຢູ, ນຳຜະລິດຕະພັນຂອງຫວຽດນາມ ໄປຂາຍຢູ່ເອີລົບ ແລະ ກົງກັນຂ້າມ, ຫວຽດນາມ ອາດຈະແມ່ນຈຸດນັດພົບຂອງບັນດາວິສາຫະກິດຣູມານີ, ຊ່ວຍເຂົາເຈົ້າສຳພັດກັບຕະຫຼາດອາຊຽນ ແລະ ພາກພື້ນອາຊີ-ປາຊີຝິກ. ທ່ານປະທານສະພາຕ່ຳຣູມານີ Valeriu Stefan Zgonea ສະເໜີໃຫ້ສະພາແຫ່ງຊາດ, ລັດຖະບານສອງປະເທດຕ້ອງເຮັດໃຫ້ບັນດາການພົວພັນໃນຂົງເຂດການເມືອງ, ເສດຖະກິດເລິກເຊິ່ງກ່ວາອີກ, ພິເສດແມ່ນໃນການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ພ້ອມທັງປະກອບສ່ວນນຳມາເຊິ່ງກາລະໂອກາດຮ່ວມມືລະອຽດໃຫ້ວິສາຫະກິດສອງປະເທດ.
ໃນໄລຍະຢູ່ຢ້ຽມຢາມຣູມານີ ແຕ່ວັນທີ 3-7/9/2013, ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນ ໄດ້ມີການພົບປະກັບລັດຖະມົນຕີການຕ່າງປະເທດຣູມານີ, ເຮັດວຽກກັບຜູ້ວ່າດານທະນາຄານແຫ່ງລັດຣູມານີ, ໄປຢ້ຽມຢາມໂຮງງານກັນຕອງນ້ຳມັນເຄມີ Petrom… ທີ່ບັນດາການພົບປະ, ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນ ໄດ້ສະແດງໃຫ້ເຫັນຄວາມປາດຖະໜາຢາກໃຫ້ບັນດານັກທຸລະກິດ ແລະ ນັກລົງທຶນຣູມານີ ຈະເພີ່ມທະວີການລົງທຶນເຂົ້າຫວຽດນາມ, ໂດຍສະເພາະແມ່ນບັນດາຂົງເຂດທີສອງຝ່າຍມີທ່າແຮງ.