ຮອງປະທານສະແຫ່ງຊາດ ຟູງກວກຫຽນ
ເຮັດວຽກກັບການນຳຫຼັກແຫຼ່ງແຂວງລາຍເຈົາ
(vovworld) - ທີ່ການເຮັດວຽກໃນວັນທີ 04/08 ທ່ານຮອງປະທານສະພາແຫ່ງຊາດ ຟູງກວກຫຽນ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງແຂວງ ລາຍເຈົາ. ພາຍຫລັງການສ້າງຕັ້ງແຂວງຄືນໃໝ່ ມາຮອດປະຈຸບັນ, ພິເສດແມ່ນໃນຊຸມປີມໍ່ໆມານີ້ ແລະ 6 ເດືອນຕົ້ນປີ 2016, ແຂວງ ລາຍເຈົາ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ບັນລຸໄດ້ຄວາມກ້າວໜ້າກະໂດດຂັ້ນໃນການພັດທະນາເສດຖະກິດ - ສັງຄົມ ກໍ່ຄືຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ລະບົບການເມືອງໃຫ້ໝັ້ນຄົງ. ທ່ານຮອງປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ແຂວງ ລາຍເຈົາ ຢາກພັດທະນາ ບາດກ້າວບຸກທະລຸທຳອິດແມ່ນ ຕ້ອງແກ້ໄຂບັນຫາຄົມມະນາຄົມ. ແຂວງ ລາຍເຈົາ ກໍ່ຕ້ອງເສີມຂະຫຍາຍທ່າແຮງກ່ຽວກັບເສດຖະກິດປ່າ, ຕົ້ນໄມ້ອຸດສາຫະກຳໄລຍະຍາວທີ່ຕິດພັນກັບຕົ້ນໄມ້ອຸດສາຫະກຳໄລຍະສັ້ນ, ພັດທະນາຕົ້ນໄມ້ກິນໝາກທີ່ມີຄຸນນະພາບສູງ ແລະ ຜັກ, ໝາກໄມ້ປອດສານພິດ…ຄຽງຂ້າງນັ້ນ ແຂວງ ລາຍເຈົາ ຄວນເອົາໃຈໃສ່ເປັນພິເສດເຖິງການພັດທະນາວັດທະນະທຳ, ສັງຄົມ, ສາທາລະນະສຸກ, ການສຶກສາ ແລະ ພິເສດແມ່ນວິທະຍາສາດເຕັກໂນໂລຢີ, ເຕັກໂນໂລຢີໃໝ່, ເຕັກໂນໂລຢີໝູນໃຊ້.