ຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຮົ່າອາເລັ່ງ ເຄື່ອນໄຫວຢ້ຽມຢາມໄທ
(VOVWORLD) -ແຕ່ວັນທີ 26 – 30 ກັນຍາ, ຄະນະຜູ້ແທນຂັ້ນສູງແນວໂຮມປະເທດຊາດ ຫວຽດນາມໂດຍທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຮົ່າອາເລັ່ງນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໄທ.
ທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຮົ່າອາເລັ່ງໃນການເຮັດວຽກກັບລັດຖະສະພາໄທ (ພາບ: TTXVN) |
ທີ່ການພົບປະກັບທ່ານ ຮອງປະທານສະພາແຫ່ງຊາດ ໄທ ສຸພະໄຊ ໂພສຸ, ທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຮົ່າອາເລັ່ງ ໄດ້ແຈ້ງໃຫ້ຊາບບາງຈຸດຕົ້ນຕໍກ່ຽວກັບບົດບາດ ແລະ ໜ້າທີ່ຂອງແນວໂຮມປະເທດຊາດ ຫວຽດນາມ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະປະເທດໃນໄລຍະທີ່ຜ່ານມາແລະ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ, ພ້ອມທັງຖືວ່າສອງປະເທດຄວນສືບຕໍ່ຍູ້ແຮງການພົວພັນຮ່ວມມືໃນທຸກຂົງເຂດແນໃສ່ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງແຕ່ລະປະເທດເພື່ອຄວາມວັດທະນະຖະວອນຂອງແຕ່ລະປະເທດ.
ທີ່ການພົບປະກັບສະມາຄົມມິດຕະພາບໄທ - ຫວຽດນາມໃນວັນທີ 27 ກັນຍາ, ທ່ານຮອງປະທານຜູ້ທີ ໜຶ່ງສະມາຄົມມິດຕະພາບໄທ - ຫວຽດນາມ ປຣາປາສັກ ໄດ້ຢັ້ງຢືນເຖິງບົດບາດແລະ ຄວາມສຳຄັນຂອງສະມາຄົມມິດຕະພາບຂອງສອງປະເທດໃນການຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືຄວາມເຂົ້າອົບເຂົ້າໃຈກັນທາງດ້ານວັດທະນະທຳ ແລະ ປະຊາຊົນ ຂອງສອງປະເທດ. ສ່ວນທ່ານ ເຮົ່າອາເລັ່ງ, ໄດ້ຕີລາຄາສູງໝາກຜົນແຫ່ງການເຄື່ອນໄຫວຂອງ ສອງສະມາຄົມມິດຕະພາບ ຂອງ ສອງປະເທດປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງປະເທດໃຫ້ເຂົ້າສູ່ລວງເລິກໃນທຸກຂົງເຂດ.