ຮອງຜູ້ຊ່ວຍວຽກລັດຖະມົນຕີປ້ອງກັນປະເທດອາເມລິກາ ແລະ ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລີມ
(ພາບ: cand.com.vn)
(vovworld) – ໃນລະຫວ່າງວັນທີ 19-22/5, ຮອງຜູ້ຊ່ວຍວຽກລັດຖະມົນຕີປ້ອງກັນປະເທດອາເມລິກາ ຮັບຜິດຊອບບັນຫານັກໂທກສົງຄາມ ແລະ ທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ POW/MIA ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ທີ່ການພົບປະກັບທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບູ່ຍແທງເຊີນ, ແລະ ທ່ານຮອງລັດຖະມົນຕີປ້ອງກັນປະເທດ ຫງວຽນຈີ໋ວິ້ງ, ຝ່າຍອາເມລິກາຕີລາຄາສູງ ແລະ ຂອບອົກຂອບໃຈເຈດຕະນາດີ ແລະ ການຮ່ວມມືຢ່າງແໜ້ນແຟ້ນຂອງລັດຖະບານ ແລະ ປະຊາຊົນຫວຽດນາມໃນຫຼາຍປີທີ່ຜ່ານມາໃນຂົງເຂດຮ່ວມມືມະນຸດສະທຳຊອກຫາອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ. ຝ່າຍຫວຽດນາມ ກໍ່ຮັບຮູ້ການໜູນຊ່ວຍຂອງຝ່າຍອາເມລິກາໃນໄລຍະມໍ່ໆມານີ້ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຄືລ້າງພິດດີໂອຊີນ, ເກັບກູ້ລະເບີດຕົກຄ້າງຫຼັງສົງຄາມ, ສະໜອງຂໍ້ມູນກ່ຽວກັບທະຫານຫວຽດນາມ ທີ່ເສຍສະຫຼະໃນປາງສົງຄາມ ແລະ ສະເໜີໃຫ້ຝ່າຍອາເມລິກາເພີ່ມທະວີການໜູນຊ່ວຍມະນຸດສະທຳກວ່າອີກ, ພິເສດແມ່ນສຳລັບບັນດາຜູ້ປະສົບເຄາະຮ້າຍ ແລະ ທ້ອງຖີ່ນທີ່ຖືກຜົນສະທ້ອນຢ່າງໜັກໜ່ວງໃນສົງຄາມ.