(vovworld) - ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 45 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງໄດ້ອັດລົງໃນຕອນບ່າຍວັນທີ 13/7 ຢູ່ພະນົມເປັນ, ແຫ່ງກຳປູເຈຍ. ແຕ່ບໍ່ສາມາດຍົກຖະແຫຼງການຮ່ວມໃດໆອອກມາ. ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມກ່ຽວກັບໝາກຜົນຂອງກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງນີ້. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Pham Quang Vinh ໃຫ້ຮູ້ວ່າ, ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບຫຼາຍບັນຫາທີ່ເປັນພື້ນຖານ:
”ທີ່ໜຶ່ງແມ່ນຕ້ອງເຮັດແນວໃດເພື່ອຮັບປະກັນກ່ຽວກັບການປະຕິບັດກົດໝາຍສາກົນ. ໃນນັ້ນມີບັນຫາເຄົາລົບອະທິປະໄຕເອກະລາດແຫ່ງຊາດ, ແກ້ໄຂການພິພາດໂດຍສັນຕິວິທີ ຫາກບໍ່ໄດ້ນຳໃຊ້ກຳລັງອາວຸດ. ທີສອງແມ່ນ ອາຊຽນຕ້ອງຊຸກຍູ້ ແລະ ເສີມຂະຫຍາຍບົດບາດຂອງບັນດາເຄື່ອງມື, ບັນດາອຸປະກອນ, ບັນດາເວທີປາໃສທີ່ກ່ຽວຂ້ອງເຖິງດ້ານການເມືອງ, ຄວາມສະຫງົບປອດໄພ ແລະ ການຮ່ວມມືພັດທະນາພາກພື້ນກວ່າອີກ. ບັນຫາເຫຼົ່ານັ້ນແມ່ນມີຄວາມຈຳເປັນ. ບັນດາຄູ່ເຈລະຈາໄດ້ສະແດງຄວາມສະໜັບສະໜູນອາຊຽນໃນການສ້າງປະຊາຄົມ, ສະໜັບສະໜູນບົດບາດສູນກາງຂອງອາຊຽນ ແລະ ສະຫງວນການຊ່ວຍເຫຼືອອັນໃຫຍ່ຫຼວງກວ່າໃຫ້ແກ່ອາຊຽນ ກໍ່ຄືບຸລິມະສິດການຮ່ວມມືໃຫ້ແກ່ອາຊຽນໃນຄວາມມານະພາຍາຍາມລວມຢູ່ພາກພື້ນນີ້.”
ກ່ຽວກັບຄວາມກ້າວໜ້າຂອງອາຊຽນໃນການສ້າງຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ແລະ ວິວັດການຜັນຂະຫຍາຍການເຈລະຈາລະຫວ່າງ ອາຊຽນ - ຈີນ. ກ່ຽວກັບບັນຫານີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Pham Quang Vinh, ໃຫ້ຮູ້ວ່າ:
”ປະເທດຕ່າງໆລ້ວນແຕ່ສະແດງຄວາມວິຕົກກັງວົນທີ່ສຸດຕໍ່ການຜັນແປຫວ່າງແລ້ວນີ້, ພິເສດແມ່ນບັນດາການຜັນແປທີ່ກ່ຽວຂ້ອງເຖິງການລະເມີດໄຫຼ່ທະວີບ ແລະ ເຂດເສດຖະກິດພິເສດຂອງບັນດາປະເທດແຄມທະເລທີ່ຝືນກັບເນື້ອໃນຈິດໃຈກໍ່ຄືຂໍ້ກຳນົດຂອງສົນທິສັນຍາວ່າດ້ວຍກົດໝາຍ. ໃນວິວັດແຫ່ງການແລກປ່ຽນ, ຫວຽດນາມ ແລະ ປະເທດຕ່າງໆລ້ວນແຕ່ເນັ້ນໜັກເຖິງຫຼັກການແມ່ນຕ້ອງເຄົາລົບກົດໝາຍສາກົນ, ສົນທິສັນຍາກົດໝາຍວ່າດ້ວຍທະເລ, ເນັ້ນໜັກເຖິງຄວາມຈຳເປັນຕ້ອງປະຕິບັດຖະແຫຼງ ການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ໃນສະພາບການຄືດັ່ງກ່າວ, ອາຊຽນກໍ່ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ, ນັ້ນແມ່ນຕ້ອງຊຸກຍູ້ການສ້າງຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ທີ່ມີລັກສະນະຄຳໝັ້ນສັນຍາ ແລະ ຜູກມັດສູງກວ່າ.
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Pham Quang Vinh ກໍ່ຢືນຢັນວ່າ, ຄະນະຜູ້ແທນຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນກອງປະຊຸມ AMM 45. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Pham Quang Vinh ໃນຖານະເປັນປະເທດປະສານງານກ່ຽວກັບການພົວພັນອາຊຽນ - ຈີນ, ໄດ້ເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ - ຈີນ.