ຮອງລັດຖະມົນຕີການຕ່າງປະເທດຫວຽດນາມພົບປະລັດຖະມົນຕີການຕ່າງປະເທດອິນເດຍ
ທ່ານ ບູ່ຍແທງເຊີນ ແລະ ທ່ານ ViJay Kumar Singh
(ພາບອິນເຕີແນັດ)
(vovworld) - ໂດຍຮັບຄຳເຊີນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ViJay Kumar Singh ລັດຖະມົນຕີການຕ່າງປະເທດອິນເດຍ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 20-23/4/2017. ຕອນເຊົ້າວັນທີ 21/4, ທ່ານ ບູ່ຍແທງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະເຈລະຈາກັບ ທ່ານ ViJay Kumar Singh ລັດຖະມົນຕີການຕ່າງປະເທດ ອິນເດຍ. ນະທີ່ນີ້, ສອງຝ່າຍເຫັນດີເປັນເອກະພາບຄວນຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ ແລະ ເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດກວ່າອີກ. ທັງສອງຝ່າຍກໍ່ໄດ້ແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີສືບຕໍ່ສົມທົບ ແລະ ສະໜັບສະໜູນກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ຢືນຢັນຄືນໃໝ່ຄວາມປາຖະໜາ ແລະ ຄວາມຕັດສິນໃຈຮ່ວມມື ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ ບົນພື້ນຖານບັນດາຫຼັກການຂອງກົດໝາຍສາກົນ. ທັງສອງຝ່າຍກໍ່ຢືນຢັນເຖິງຄວາມສຳຄັນຂອງການເຄົາລົບຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ແລະ ສະແດງຄວາມປາຖະໜາວ່າ ບັນດາຝ່າຍກ່ຽວຂ້ອງບັນລຸໄດ້ກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ.
ໃນວັນດຽວກັນ, ທ່ານ ViJay Kumar Singh ລັດຖະມົນຕີການຕ່າງປະເທດອິນເດຍ ກໍ່ໄດ້ເຂົ້າຢ້ຽມຄຳນັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ