ຮອງລັດຖະມົນຕີການຕ່າງປະເທດ Pham Quang Vinh ຕອບສຳພາດກ່ຽວກັບ COC
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Pham Quang Vinh
(ພາບ: Bongoaigiaovietnam)
|
Vovworld- ທີ່ການປະຊຸມຄັ້ງຕ່າງໆຢູ່ຮ່າໂນ້ຍແຕ່ວັນທີ 24 – 25/6/2012, ບັນດາເຈົ້າໜ້າທີ່ຂັ້ນສູງອາຊຽນໄດ້ແລກປ່ຽນ ແລະ ເປັນເອກະພາບກັນກ່ຽວກັບ ທັດສະນະຂອງ ອາຊຽນສຳລັບບັນດາປັດໃຈຕົ້ນຕໍຂອງ ປະມວນຫຼັກການປະພຶດ ຕໍ່ກັນຢູ່ທະເລຕາເວັນອອກ(COC) . ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດວົງການສື່ມວນຊົນຢູ່ພາຍໃນປະເທດ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Pham Quang Vinh ໃຫ້ຮູ້ວ່າ ໃນການແລກປ່ຽນກ່ຽວກັບບັນດາປັດໃຈພື້ນຖານຂອງ ປະມວນຫຼັກການປະພຶດ ຕໍ່ກັນຢູ່ທະເລຕາເວັນອອກ, ອາຊຽນໄດ້ສະແດງຢ່າງຈະແຈ້ງກ່ຽວກັບແຜນນະໂຍບາຍຂອງຕົນໂດຍປາດຖະໜາໃຫ້ ປະມວນຫຼັກ ການປະພຶດ ຕໍ່ກັນຢູ່ທະເລຕາເວັນອອກຈະຕ້ອງເປັນເຄື່ອງມືປະກອບສ່ວນຢ່າງມີ ປະສິດທິຜົນກ່ວາໃຫ້ແກ່ສັນຕິພາບ, ຄວາມສະຫງົບ ແລະ ສະຖຽນລະພາບຢູ່ ທະເລຕາເວັນອອກ. ຕາມນັ້ນແລ້ວ, ວິທີສຳພັດຮ່ວມຂອງອາຊຽນແມ່ນປະມວນ ຫຼັກການປະພຶດ ຕໍ່ກັນຢູ່ທະເລຕາເວັນອອກ ຕ້ອງອີງຕາມ ແລະ ທະວີຄຸນສູງກ່ວາອີກຈາກຖະແຫຼງການກ່ຽວກັບວິທີປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ. ທັດສະນະລວມຂອງ ອາຊຽນກ່ຽວກັບ ປະມວນຫຼັກການ ປະພຶດຕໍ່ກັນຢູ່ທະເລ ຕາເວັນອອກໃນອະນາຄົດ ແມ່ນຕ້ອງມີບັນດາຈຸດຕົ້ນຕໍຄື : ຂໍ້ກຳນົດຫຼັກການເຄົາລົບກົດໝາຍສາກົນ, ກົດບັດ ສ.ປ.ຊ , ສົນທິສັນຍາກົດໝາຍທະເລປີ 1982, ສົນທິສັນຍາສະໜິດສະໜົມ ແລະ ຮ່ວມມືອາຊີຕາເວັນອອກສ່ຽງໃຕ້, ຖະແຫຼງການກ່ຽວກັບວິທີປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ.... ອາຊຽນຫວັງວ່າ ປະມວນຫຼັກການປະພຶດ ຕໍ່ກັນຢູ່ທະເລຕາເວັນອອກຕ້ອງມີລັກສະນະຜູກພັນໃນສັນຍາສູງກ່ວາ ຖະແຫຼງການກ່ຽວກັບວິທີປະພຶດຂອງບັນດາຝ່າຍຢູ່ທະເລ ຕາເວັນອອກ, ຕ້ອງມີກົນໄກຕິດຕາມກວດກາ ແລະ ຮັບປະກັນການປະຕິບັດ ແລະ ພິເສດແມ່ນເພີ່ມເຕີມຂໍ້ກຳນົດເນັ້ນໜັກຫຼັກການເຄົາລົບເຂດເສດຖະກິດພິເສດ ແລະ ເຂດໄຫຼ່ທະວີບຂອງບັນດາປະເທດແຄມທະເລຕາມ ສົນທິສັນຍາຂອງ ສ.ປ.ຊ ກ່ຽວກັບກົດໝາຍທະເລປີ 1982.
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Pham Quang Vinh ໃຫ້ຮູ້ວ່າ ໃນເວລາທີ່ຈະເຖິງນີ້, ອາຊຽນຈະດຳເນີນການເຈລະຈາກັບຈີນກ່ຽວກັບ ປະມວນຫຼັກການປະພຶດ ຕໍ່ກັນຢູ່ທະເລຕາເວັນອອກ. ເອກະສານຂອງ ອາຊຽນ ກ່ຽວກັບບັນດາປັດໃຈຕົ້ນຕໍຂອງ ປະມວນຫຼັກການປະພຶດຕໍ່ກັນຢູ່ທະເລ ຕາເວັນອອກທີ່ໄດ້ກ່າວມາຂ້າງເທິ່ງ ຈະເປັນພື້ນຖານເພື່ອ ອາຊຽນແລກປ່ຽນທັດສະນະຂອງຕົນກັບຈີນ.