ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມຢ້ຽມຢາມ,ເຮັດວຽກຢູ່ສຳນັກວາຕີກັງ
ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ
ບຸ່ຍແທງເຊີນ ໄດ້ຢ້ຽມຢາມສຳນັກວາຕີກັງ
(ພາບ: TTXVN)
(vovworld) - ໃນລະຫວ່າງວັນທີ 24 – 26/10, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ຢ້ຽມຢາມສຳນັກວາຕີກັງ ແລະ ພ້ອມກັບທ່ານຮອງລັດຖະມົນຕີການຕ່າງປະເທດສຳນັກວາຕີກັງ Antoine Camilleri ເປັນປະທານກອງປະຊຸມຮອບທີ 6 ກຸ່ມປະຕິບັດງານປະສົມຫວຽດນາມ - ວາຕີກັງ. ທີ່ກອງປະຊຸມ, ທ່ານ ບຸ່ຍແທງເຊີນ ຢືນຢັນວ່າ, ຍາມໃດພັກ ແລະ ລັດຫວຽດນາມ ກໍປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ແລະ ປັບປຸງລະບົບກົດໝາຍ, ນະໂຍບາຍເຄົາລົບ ແລະ ຮັບປະກັນການເຊື່ອຖືສາສະໜາຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ຍາມໃດຫວຽດນາມ ກໍ່ເອົາໃຈໃສ່ເຖິງບັນດາຄວາມຕ້ອງການຂອງສະມາຄົມຄຼິດທະສາສະໜາ, ສ້າງເງື່ອນໄຂສະດວກໃຫ້ບັນດາການເຄື່ອນໄຫວຮັບໃຊ້ໃຫ້ນັກບວດຂອງສາສະໜາຄຼິດ ແລະ ເອົາໃຈໃສ່ເຖິງການປັບປຸງ, ຍົກສູງຊີວິດການເປັນຢູ່ຂອງຊາວຄຼິດ. ທ່ານ ບຸ່ຍແທງເຊີນ ສະເໜີໃຫ້ໂບດວາຕີກັງ ກໍຄືທູດພິເສດບໍ່ປະຈຳການຂອງໂບດ ເອົາໃຈໃສ່, ສົ່ງເສີມສະມາຄົມຄຼິດທະສາສະໜາຫວຽດນາມ ດຳລົງຊີວິດແບບຢູ່ໃນສິນກິນໃນທຳ, ລະດົມກຳລັງໃຈບັນດາຜູ້ມີຍົດຖາບັນດາສັກ ແລະ ຊາວຄຼິດ ຢູ່ແຫ່ງຕ່າງໆ ຮ່ວມເດີນທາງພ້ອມກັບປະເທດຊາດເຂົ້າຮ່ວມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ ແລະ ຢູ່ແຕ່ລະທ້ອງຖິ່ນ.
ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດສຳນັກວາຕີກັງ Antoine Camilleri ໄດ້ຕີລາຄາສູງເລື່ອງບັນດາອົງການອຳນາດການປົກຄອງຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ ທູດພິເສດບໍ່ປະຈຳການຂອງສຳນັກວາຕີກັງ ປະຕິບັດບັນດາການຢ້ຽມຢາມເຮັດວຽກງານຢູ່ຫວຽດນາມ. ທ່ານ Antoine Camilleri ຢືນຢັນ ສຳນັກວາຕີກັງ ປາດຖະໜາວ່າການພົວພັນລະຫວ່າງຫວຽດນາມ - ວາຕີກັງ ຈະນັບນື້ນັບພັດທະນາກວ່າອີກ.