ຮອງເລຂາທິການໃຫຍ່ ສະຫະປະຊາຊາດ ໄປຍັງ ຊີຣີ ຕີລາຄາສະພາບການ ມະນຸດສະທຳ
ທ່ານນາງຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບບັນຫາມະນຸດສະທຳ Valerie Amos
(ພາບ: Reuters)
(vovworld) - ວັນທີ 14/8, ທ່ານນາງຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບບັນຫາມະນຸດສະທຳ Valerie Amos ໄດ້ໄປຍັງ ຊີຣີ ເພື່ອແກ້ໄຂສະພາບການມະນຸດສະທຳນັບມື້ນັບຊົ່ວຮ້າຍລົງຢູ່ປະເທດນີ້ ກໍຄືປຶກສາຫາລືບັນດາມາດຕະການເພີ່ມທະວີການໜູນຊ່ວຍ. ມາຮອດຈຸດເວລານີ້, ຄາດວ່າ, ມີປະຊາຊົນ 2 ລ້ານຄົນຖືກຮັບຜົນສະທ້ອນຍ້ອນວິກິດການຢູ່ ຊີຣີ. ກ່ວາ 1 ລ້ານຄົນຕ້ອງປະລະເຮືອນຊານ ໄປຫຼົບຊ້ອນຢູ່ບໍລິເວນພາຍໃນຊີຣີ ໃນຂະນະທີ່ການປະທະກັນຢ່າງຄົງຜັນແປໄປຢ່າງຮ້າຍແຮງ Damacus, Aleppo ແລະ ບັນດານະຄອນອື່ນໆ. ກ່ວາ 140.000 ຄົນໄດ້ອົບປະຫຍົບໄປຢູ່ບັນດາປະເທດ Libang, Gioocdani, ຕວັກກີ ແລະ ອີຣັກ. ສ່ວນຫຼາຍພວມອາໄສຢູ່ໃນຕູບຊົ່ວຄາວຢູ່ເຂດຊາຍແດນ.
ແລະກໍໃນວັນດຽວກັນ, ອາເມລິກາ ໄດ້ຍົກເລີກຄຳສັ່ງລົງໂທດ ເລັ່ງໃສ່ທ່ານອະດີດນາຍົກ ຊີຣີ Riad Hijab, ຜູ້ຫາກໍໂຕນປະໜ້າທີ່ໃນເດືອນກ່ອນ. ໃນການກະທຳເພື່ອແນໃສ່ຮຽກຮ້ອງໃຫ້ບັນດາການກະທຳໃນອຳນາດການປົກຄອງ ຊີຣີ, ກະຊວງການເງິນ ອາເມລິກາ ກໍໄດ້ຍົກເລີກຄຳສັ່ງປິດລ້ອມຊັບສົມບັດຂອງທ່ານ Hijab.