ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ແລະ
ທ່ານນາຍົກລັດຖະມົນຕີ ສ.ສິງກະໂປ ຫຼີສຽນຫຼົງ
(ພາບປະກອບ: chinhphu.vn)
(vovworld) – “ຂ້າພະເຂົ້າປິຕິຊົມຊື່ນຍ້ອນໃນການຢ້ຽມຢາມຫວຽດນາມ ຂອງຂ້າພະເຈົ້າທີ່ຈະມາເຖິງນີ້, ການພົວພັນລະຫວ່າງ 2 ປະເທດພວກເຮົາຈະໄດ້ຮັບການຍົກຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ”. ຕອບສຳພາດຕໍ່ສຳນັກຂາວສານຫວຽດນາມ ປະຈຳ ສິງກະໂປ ກ່ອນທີ່ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 11 – 13 ກັນຍາ, ທ່ານນາຍົກລັດຖະມົນຕີ ສ.ສິງກະໂປ ຫຼີສຽນຫຼົງ ໃຫ້ຮູ້ວ່າ ການພົວພັນລະຫວ່າງຫວຽດນາມ - ສິງກະໂປ ແມ່ນການພົວພັນອັນດີງາມ. ການພົວພັນດ້ານເສດຖະກິດລະຫວ່າງ 2 ປະເທດພວມພັດທະນາ, ການພົວພັນດ້ານການຄ້າ ແລະ ການລົງທຶນພວມໄດ້ຮັບການເຕີບໂຕ ແລະ ການພົວພັນລະຫວ່າງປະຊາຊົນ 2 ປະເທດນັບມື້ນັບແໜ້ນແຟ້ນ. ຕາມທ່ານນາຍົກລັດຖະມົນຕີ ສ.ສິງກະໂປ ຫຼີສຽນຫຼົງ ແລ້ວ, ຮອດເວລາແລ້ວທີ່ຕ້ອງພັດທະນາການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່ ແລະ ສິ່ງດັ່ງກ່າວຈະສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫຼີສຽນຫຼົງ ປາດຖະໜາວ່າ ຫວຽດນາມ - ສິງກະໂປ ຈະມີການພົວພັນແລກປ່ຽນເປັນປະຈຳໃນທຸກຂັ້ນ, ນັບແຕ່ການນຳຕະຫຼອດຮອດວິສາຫະກິດ ແລະ ປະຊາຊົນ 2 ປະເທດ.