(vovworld) - ທ່ານເລຂາທິການໃຫຍ່ສະພາແຫ່ງຊາດຝ່າຍຄ້ານ, ພ້ອມທັງເປັນສະມາຊິກຄະນະຜູ້ແທນຝ່າຍຄ້ານ Badr Jamous ຫາກໍ່ໃຫ້ຮູ້ວ່າ, ລັດຖະບານຊີຣີ ແລະ ຝ່າຍຄ້ານ ດຳເນີນກອງປະຊຸມຮ່ວມໃນເວລາ 10 ໂມງວັນທີ 11/02 (ຕາມເວລາທ້ອງຖິ່ນ) ຢູ່ເຊີແນວ, ປະເທດສະວິດ. ໂຄສົກຝ່າຍຄ້ານ ທ່ານ Louat Safi ສະແດງຄວາມເສຍຫວັງຕໍ່ເລື່ອງລັດເຊຍ ສະໜັບສະໜູນອຳນາດການປົກຄອງຂອງທ່ານປະທານາທິບໍດີ Basher al Assad, ແຕ່ຢືນຢັນ ຖ້າຫາກເຈລະຈາໂດຍກົງຈະນຳມາເຊິ່ງມາດຕະການແກ້ໄຂດ້ານການເມືອງນັ້ນ, ຝ່າຍຄ້ານພ້ອມແລ້ວທີ່ຈະເຂົ້າຮ່ວມ. ແຕ່ທ່ານ Safi ໄດ້ຖະແຫຼງວ່າ, ຈະບໍ່ມີຮອບເຈລະຈາຄັ້ງທີ 3 ຖ້າຫາກຮອບເຈລະຈາຄັ້ງທີ 2 ບໍ່ບັນລຸໝາກຜົນໃດໆ. ໃນຂະນະນັ້ນ, ແຫຼ່ງຂ່າວຈາກຄະນະຜູ້ແທນລັດຖະບານຊີຣີ ກໍ່ຢັ້ງຢືນເວລາດຳເນີນກອງປະຊຸມຮ່ວມຄັ້ງທຳອິດ.