ຮ່ານາມ ສະຫຼີມສະຫຼອງ 15 ປີແຫ່ງວັນ ສ້າງຕັ້ງແຂວງຄື້ນໃໝ່

 ຮ່ານາມ ສະຫຼີມສະຫຼອງ 15 ປີແຫ່ງວັນ ສ້າງຕັ້ງແຂວງຄື້ນໃໝ່ - ảnh 1
( ພາບ : http://dangcongsan.vn)
ວັນ​ທີ 30 ທັນວາ, ຢູ່​ນະຄອນ ຟູ​ລີ໋, ​ແຂວງ ຮ່າ​ນາມ ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​​ເຂົ້າຮ່ວມພິທີ​ສະ​ຫຼີມສະຫຼອງ 15 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ​ຄື້ນ​ໃໝ່. ກ່າວ​ຄຳ​ເຫັນ​​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຊົມ​ເຊີຍ​ບັນ​ດາຜົນງານ​ດ້ານ​ເສດຖະກິດ ສັງຄົມ, ພ້ອມ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງອົງຄະ​ນະພັກ ​ແລະ ປະຊາຊົນ​ແຂ​ວງ ຮ່າ​ນາມ. ທ່ານ​ປະທານ​ປະ​ເທດ​ກໍ່​ຢືນຢັນ​ວ່າ, ບັນດາ​ຜົນງານ​ທີ່​​ແຂວງບັນລຸ​ໄດ້​ໃນ​ 15 ປີຜ່ານ​ມາໄດ້​ເຮັດ​ໃຫ້​ສົມ​ໜ້າຂອງ​ ຮ່າ​ນາມ ປ່ຽນ​ແປງ​ໄປ, ອັນ​ໄດ້ສ້າງ​ປະຖົມ​ປັດ​ໃຈເພື່ອ​ໃຫ້​ແຂວງ ຮ່າ​ນາມ ສືບ​ຕໍ່​ພັດທະ​ນາ​ໃນ​ຊຸມ​ປີ​ຕໍ່ໆ​ໄປ .
ຂ່າວ/ບົດ​ອື່ນ