ໂດຍສືບຕໍ່ການປະຕິບັດງານຊອກຮູ້ສະພາບຕົວຈິງໃນການປະຕິບັດໜ້າທີ່ເສດຖະກິດສັງຄົມປີ 2011 ແລະ ຜັນຂະຫຍາຍການປະຕິບັດໂຄງການຈຸດໝາຍແຫ່ງຊາດກໍ່ສ້າງເຂດຊົນນະບົດໃໝ່, ວັນທີ 11 ທັນວາ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ ຮ່າຢາງ. ຊົມເຊີຍບັນດາຜົນງານທີ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປຊຊ ແຂວງ ຮ່າຢາງ ບັນລຸໄດ້ໃນຊຸມປີທີ່ຜ່ານມາ. ທ່ານປະທານປະເທດຖືວ່າ, ໃນຂົງເຂດພັດທະນາເສດຖະກິດຄວນເອົາໃຈໃສ່ເສີມຂະຫຍາຍທ່າແຮງຂອງເຂດພູດອຍ ແລະ ເຂດຊາຍແດນ.
“ຮ່າຢາງ ມີທ່າອ່ຽງພັດທະນາ 3 ດ້ານ, ທີ 1 ແມ່ນຮ່າງງປະກອບພື້ນຖານໂຄງລ່າງແມ່ນໄດ້ດີກວ່າເກົ່າ, ທີ 2 ແມ່ນສະມັດຕະພາບສາມາດເພີ່ມຂື້ນຍ້ອນຢາກໃຫ້ແຂວງ ຮ່າຢາງ ຮັ່ງມີກວ່າເກົ່າກອນອື່ນໝົດແມ່ນຕ້ອງເລີ່ມຕົ້ນຈາກກະສິກຳ, ທີ 3 ແມ່ນ ການທ່ອງທ່ຽວ. ເພາະສະນັ້ນຂ້າພະເຈົ້າສະເໜີໃຫ້ແຂວງຄວນຖືເປັນສຳຄັນ ແລະ ພັດທະນາທ່າແຮງນັ້ນ.”
ຄຽງຄ້າງນັ້ນ, ທ່ານປະທານປະເທດກໍ່ສະເໜີໃຫ້ແຂວງ ຮ່າຢາງ ຜັນຂະຫຍາຍການປະຕິບັດມະຕິປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ໂຄງການຈຸດໝາຍແຫ່ງຊາດກໍ່ກ້າງເຂດຊົນນະບົດໃໝ່ເປັນຢ່າງດີ. ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ນັກຮົບກອງເສດຖະກິດ - ປ້ອງກັນຊາດ 313, ທ່ານປະທານປະເທດໄດ້ເນັ້ນໜັກເຖິງການປະຕິບັດວຽກງານກໍ່ສ້າງເສັ້ນຊາຍແດນສັນຕິພາບ ແລະ ໝັ້ນຄົງ.
“ປະຈຸບັນເລື່ອງຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນໄດ້ປະຕິບັດຮຽບຮ້ອຍແລ້ວ ດັ່ງນັ້ນຕ້ອງພະຍາຍາມຮັກສາຄວາມສະງົບປອດໄພຄວາມເປັນລະບຽບຮຽບຮ້ອຍ, ສົມທົບກັບທິດນຳສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ , ຮ່ວມມື ແລະ ພ້ອມກັນພັດທະນາຢ່າງຍາວນານ, ຮັກສາສາຍພົວພັນກັບເພື່ອນມິດ, ໄປມາແລກ ປ່ຽນເຊິ່ງກັນ ແລະ ກັນເປັນປະຈຳ, ແກ້ໄຂສິງທີ່ເກີດຂື້ນຢ່າງທັນການ. ບົນພື້ນຖານນັ້ນແນະນຳໃຫ້ ປຊຊ ພັດທະນາການຜະລິດ”.