(vovworld) - ທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງຮ່າຢາງ, ຕອນບ່າຍວັນທີ 07/01 ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ສະເໜີວ່າ; ແຂວງ ຮ່າຢາງ ຕ້ອງອີງໃສ່ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງແຂວງ ແລະ ອີງໃສ່ຄວາມສາມາດຂອງແຂວງ, ສຸມກຳລັງເຂົ້າໃນບັນດາຂະແໜງການ, ຂົງເຂດທີ່ມີລັກສະນະບຸກທະລຸ ເພື່ອພັດທະນາແບບຍືນຍົງ; ສືບຕໍ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ປະຕິບັດບັນດາມາດຕະການຫຼຸດຜ່ອນຄວາມທຸກຍາກຕາມທິດວ່ອງໄວ ແລະ ໝັ້ນຄົງ ຢ່າງມີປະສິດທິຜົນ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ໃສ່ໃຈວ່າ ແຂວງຮ່າຢາງ ຄວນສືບຕໍ່ເອົາໃຈໃສ່ກວ່າອີກ ເຖິງການເຄື່ອນໄຫວພົວພັນແລກປ່ຽນດ້ານການຄ້າ, ຄິດໄລ່ກົນໄກພັດທະນາເສດຖະກິດການຄ້າເຂດຊາຍແດນກັບຈີນ ບົນຈິດໃຈຮ່ວມມື, ມິດຕະພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ປົກປັກຮັກສາເຂດຊາຍແດນ, ອະທິປະໄຕຜືນແຜ່ນດິນຂອງຊາດໄວ້ຢ່າງໝັ້ນຄົງ. ພ້ອມກັນນັ້ນ, ແຂວງຮ່າຢາງ ຕ້ອງປະຕິບັດວຽກງານວາງແຜນຜັງເປັນຢ່າງດີ, ເລືອກເຟັ້ນການລົງທຶນກໍ່ສ້າງບັນດາກິດຈະການທີ່ມີລັກສະນະຈຸດສຸມເພື່ອເປັນກຳລັງໜູນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຂອງທ້ອງຖິ່ນ.