ຮ່າໂນ້ຍກະກຽມຕ້ອນຮັບ, ປິ່ນປົວໃຫ້ຜູ້ຕິດພະຍາດ Covid-19

(VOVWORLD) -ບັນດາໂຮງໝໍຫຼາຍຂະແໜງຂັ້ນເມືອງ ແລະ ນະຄອນ, ໂຮງໝໍປອດຮ່າໂນ້ຍ ຈັດຕັ້ງການແຍກຕົວນັບແຕ່ເມື່ອຄົນເຈັບມາຈົດທະບຽນກວດພະຍາດ
ຮ່າໂນ້ຍກະກຽມຕ້ອນຮັບ, ປິ່ນປົວໃຫ້ຜູ້ຕິດພະຍາດ Covid-19 - ảnh 1 (ພາບປະກອບ: TTXVN)

ຕໍ່ໜ້າສະພາບໂລກລະບາດ Covid-19 ພວມຜັນແປຢ່າງສັບສົນນັ້ນ, ພະແນກສາທາລະນະສຸກຮ່າໂນ້ຍ ໄດ້ປະກາດໃຊ້ເອກະສານສົ່ງເຖິງບັນດາຮາກຖານພາກລັດ ແລະ ເອກະຊົນ ກວດ, ປິ່ນປົວພະຍາດ ຮຽກຮ້ອງຈັດຕັ້ງການຮັບ, ປິ່ນປົວ ແລະ ຄຸ້ມຄອງ, ຕິດຕາມ, ແຍກຕົວຜູ້ຖືກສົງໄສຕິດ Covid-19 ຢູ່ກັບທີຢ່າງເດັດຂາດ.

          ຕາມນັ້ນແລ້ວ, ບັນດາໂຮງໝໍຫຼາຍຂະແໜງຂັ້ນເມືອງ ແລະ ນະຄອນ, ໂຮງໝໍປອດຮ່າໂນ້ຍ ຈັດຕັ້ງການແຍກຕົວນັບແຕ່ເມື່ອຄົນເຈັບມາຈົດທະບຽນກວດພະຍາດ; ຈັດຕັ້ງຫ້ອງກວດພະຍາດສະເພາະສຳລັບຜູ້ຖືກສົງໄສຄື ເປັນໄອ່, ເປັນໄຂ້…, ພິເສດແມ່ນເອົາໃຈໃສເຖິງບັນດາຄົນເຈັບພວມດຳລົງຊີວິດ ຫຼື ມາຈາກບັນດາເຂດເກີດໂລກລະບາດໃນຮອບເວລາ 14 ວັນ. ພ້ອມກັນນັ້ນ, ຜັນຂະຫຍາຍການແຍກຕົວ, ປິ່ນປົວ, ຄຸ້ມຄອງຄົນເຈັບ, ຮັບປະກັນຄວາມປອດໄພໃຫ້ແກ່ພາລະກອນການແພດ, ສະມາຊິກໃນຄອບຄົວ ແລະ ປະຊາຄົມຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ