ຮ່າໂນ້ຍມີປູຊະນີຍະສະຖານແຫ່ງຊາດພິເສດຕື່ມອີກ5ແຫ່ງ
ຮອງນາຍົກລັດຖະມົນຕີ ຫວູດຶກດາມ ມອບໃບຢັ້ງຢືນໃຫ້ຜູ້ຕາງໜ້ານະຄອນ ຮ່າໂນ້ຍ
(ພາບ: VGP/Minh Khôi)
(vovworld) – ຕອນຄຳ່ວັນ 22/2, ນະຄອນ ຮ່າໂນ້ຍໄດ້ຈັດຕັ້ງພິທີຕ້ອນຮັບໃບຢັ້ງຢືນ 5 ປູຊະນີຍະສະຖານແຫ່ງຊາດພິເສດ. 5 ປູຊະນີຍະສະຖານນີ້ລວມມີ: ປູຊະນີຍະສະຖານປະຫວັດສາດ ແລະ ທັດສະນີຍະພາບໜອງ ຮ່ວານກ໋ຽມ ແລະ ວິຫານ ງອກເຊີນ ຢູ່ເມືອງ ຮ່ວານກ໋ຽມ, ປູຊະນີຍະສະຖານປະຫວັດສາດວິຫານ 2 ພະນາງຈຶງ (ເມືອງເມລີງ) ປູຊະນີຍະສະຖານປະຫວັດສາດວິຫານ ຮາດມົນ (ເມືອງ ຟຸກທໍ້), ປູຊະນີຍະສະຖານປະຫວັດສາດ ແລະ ສະຖາປັດຕະຍາກຳສີລະປະກຳວິຫານ ຟູ່ດົ໊ງ (ເມືອງຢາເລີມ), ປູຊະນີຍະສະຖານສະຖາປັດຕະຍາກຳສີລະປະກຳ ສາລາ ໄຕດັ່ງ (ເມືອງບາວີ່). ພາຍຫຼັງພິທີປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບເລື່ອງຢັ້ງຢືນປູຊະນີຍະສະຖານແຫ່ງຊາດພິເສດ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມອບໃບຢັ້ງຢືນໃຫ້ຜູ້ຕາງໜ້າຫົວໜ່ວຍມີປູຊະນີຍະສະຖານພິເສດ. ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນທິບີກງອກ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ຊີ້ແຈ້ງວ່າ:
“ນະຄອນ ຮ່າໂນ້ຍ ໃຫ້ຄຳໝັ້ນສັນຍາສືບຕໍ່ປະຕິບັດໜ້າທີ່ອະນຸລັກຮັກສາ, ບູລະນະປະຕິສັງຂອນ ແລະ ເສີມຂະຫຍາຍຄຸນຄ່າຂອງບັນດາປູສະນີຍະສະຖານ, ມໍລະດົກ ໃນບໍລິເວນນະຄອນ ຮ່າໂນ້ຍໃຫ້ດີກ່ວາອີກ, ໃນນັ້ນມີປູສະນີຍະສະຖານແຫ່ງຊາດພິເສດ 5 ແຫ່ງ ທີ່ລັດຖະບານຕົກລົງຮັບຮອງ. ພ້ອມກັນນັ້ນ, ເພື່ອໃຫ້ປູສະນີຍະສະຖານ, ມໍລະດົກ ຂອງນະຄອນ ຮ່າໂນ້ຍ ຍື່ນຍົງຄົງຕົວກັບການເວລາ, ນະຄອນ ຮ່າໂນ້ຍ ປາດຖະໜາວ່າຈະໄດ້ຮັບການໜູນຊ່ວຍຕັ້ງໜ້າຂອງບັນດາຂະແໜງການ, ຂັ້ນຕ່າງໆ, ຂອງພໍ່ແມ່ປະຊາຊົນນະຄອນຫຼວງ ແລະ ທົ່ວປະເທດ ພ້ອມກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ ເອົາໃຈໃສ່, ຮັກສາ ແລະ ສະໜັບສະໜູນກ່ວາອີກ.”
ມາຮອດປະຈຸບັນ, ນະຄອນ ຮ່າໂນ້ຍ ມີປູສະນີຍະສະຖານແຫ່ງຊາດພິເສດທັງໝົດ 9 ແຫ່ງ.