ຮ່າໂນ້ຍສະເຫຼີມສະຫຼອງ60ປີແຫ່ງວັນປົດປ່ອຍນະຄອນຫຼວງ(10/10/1954-10/10/2014)

ຮ່າໂນ້ຍສະເຫຼີມສະຫຼອງ60ປີແຫ່ງວັນປົດປ່ອຍນະຄອນຫຼວງ(10/10/1954-10/10/2014) - ảnh 1
ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະ “ນັກ​ທຸ​ລະ​ກິດ ຮ່າ​ໂນ້ຍ
ກັບ​ນະ​ຄອນຫຼວງ 60 ປີ​ແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ”
(ພາບ: TTXVN)

(vovworld) –  ໃນ​ຊຸມ​ມື້ນີ້, ຮ່າ​ໂນ້ຍ​ພວມ​ມີ​ກາ​ນ​ເຄື່ອນ​ໄຫວຫຼາຍ​ຢ່າງ ເພື່ອ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ. ບັນ​ດາ​ຖະ​ໜົນ​ຕົ້ນ​ຕໍ​ຄື ດິງ​ຕຽນ​ຮ່​ວາງ, ຈ່າງ​ຕ່ຽນ, ຮ່າງ​ບົງ, ບ່າ​ຈ້ຽວ. . .  ໄດ້​ປະ​ດັບ​ປະ​ດາ ດ້ວຍ​ທຸງ, ດອກ​ໄມ້ ແລະ​ ດອກ​ໄຟ. ປ້າຍ​ຄຳ​ຂວັນ​ດ້ວຍ​ແຖວ​ຕົວໜັງ​ສື “ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ” ຢູ່​ຖະ​ໜົນ​ສາຍ​ຕ່າງໆ.

        ເພື່ອ​ຕອບ​ສະ​ໜອງ​ການ​ເຄື່ອນ​ໄຫວ​ຕ່າງໆ, ວັນ​ທີ 9/10, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຈັດ​ລາຍ​ການ​ກະ​ຈາຍ​ສຽງ ພິ​ເສດ​ດ້ວຍ​ຫົວ​ຂໍ້​ວ່າ “ເພື່ອ​ໃຫ້ ຮ່າ​ໂນ້ຍ ສົມ​ເປັນ​ນະ​ຄອນຫຼວງ ຂອງ​ພວກ​ເຮົາ”, ໄດ້​ອອກອ​າ​ກາດສົດແຕ່​ເວ​ລາ 8 ໂມງ 30 ນາ​ທີ ຮອດ 11 ໂມງ ໃນລະບົບ VOV1. ເມື່ອ​ແລກ​ປ່ຽນ​ກັບ​ນັກ​ຂ່າວ VOV, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ຟ້າມກວາງງີ້, ຖື​ວ່າ:

        “ຮ່າ​ໂນ້ຍ ພາຍ​ລັງ 10 ປີ, ບົນ​ພື້ນ​ຖານ​ລະ​ດັບ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຄື​ປະ​ຈຸ​ບັນ ຫຼື ດີ​ກ່​ວາ, ກ່ຽວ​ກັບ​ດ້ານ​ການກໍ່​ສ້າງ ແລະ ວາງ​ແຜນ​ຜັງ ນັ້ນ, ຮ່າ​ໂນ້ຍ ຈະ​ມີ​ບັນ​ດາ​ບາດ​ກ້າວ​ປ່ຽນ​ໃໝ່​ສຳ​ຄັນ. ຄຽງ​ຄູ່​ກັນ​ນັ້ນ, ຄຸນ​ນະ​ພາບ​ດ້ານ​ການບໍ​ລິ​ການ​ຂອງ ຮ່າ​ໂນ້ຍ ກໍ່​​ອຸ​ດົມ​ສົມ​ບູນ, ຫຼາຍ​ຮູບຫຼາຍ​ແບບ ແລະ ດຶງ​ດູດ​ກ່​ວາ. ນະ​ຄອນຫຼວງ ຈະ​ຜັນ​ຂະ​ຫຍາຍ​ບົດ​ບາ​ດ​ແມ່ນ​ສູນ​ກາງທີ່ດູດດື່ມຂອງທົ່ວ​ປະ​ເທດ.”

        ກ່ອນ​ໜ້ານັ້ນ, ຕອນ​ຄ່ຳ​ວັນ​ທີ 8/10, ຢູ່ ຮ່າ​ໂນ້ຍ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ໄດ້​ສົມ​ທົບ​ກັບ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ນະ​ຄອນ, ສະ​ຫະ​ພັນ​ແຮງ​ງານ ນະ​ຄອນ​ໄດ້​ຈັດ​ຕັ້ງ​ລາຍ​ການ​ພົບ​ປະ​ແລກ​ປ່ຽນສະແດງ​ສິ​ລະ​ປະ “ນັກ​ທຸ​ລະ​ກິດ ຮ່າ​ໂນ້ຍ ກັບ​ນະ​ຄອນຫຼວງ 60 ປີ​ແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ”. ກ່າວ​ຄຳ​ເຫັນ​ໄຂ​ລາຍ​ການ, ທ່ານ ເຈີ່ນ​ວັນ​ຖືກ, ປະ​ທານ​ສະ​ຫະ​ພັນ​ແຮງ​ງານ​ນະ​ຄອນ ຮ່າ​ໂນ້ຍ, ຊີ້​ແຈ້ງວ່າ:

        “ການ​ພົບປະແລກ​ປ່ຽນ​ສະແດງສິ​ລະ​ປະ​ນັກ​ທຸ​ລະ​ກິດ ຮ່າ​ໂນ້ຍ ກັບ​ນະ​ຄອນຫຼວງ 60 ປີ​ແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ ເພື່ອ​ແນ​ໃສ່​ວາດ​ພາບ​ຄືນ​ເຖິງບັນດາວິລະກຳທີ່ສະຫງ່າອົງ​ອາດ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ, ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ກຳ​ມະ​ກອນ, ລັດ​ຖະ​ກອນ, ຜູ້​ອອກ​ແຮງ​ງານ, ນັກ​ທຸ​ລະ​ກິດ ນະ​ຄອນ​ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່​ຕ້ານ, ຮັບ​ຮູ້ ແລະ ເຊີດ​ຊູ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ ໃນ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ນະ​ຄອນຫຼວງ.”


ຂ່າວ/ບົດ​ອື່ນ