ຮ່າໂນ້ຍເພີ່ມທະວີການພົວພັນຮ່ວມມືກັບທະນາຄານພັດທະນາອາຊີ
(ທ່ານ Eric Sidgwick ຜູ້ອຳນວຍການ
ແຫ່ງຊາດທະນາຄານພັດທະນາ ອາຊີ (ADB)
(vovworld) – ວັນທີ 7/10, ການນຳຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ເຮັດວຽກກັບຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາ ອາຊີ (ADB) ປະຈຳ ຫວຽດນາມ ທ່ານ Eric Sidgwick. ທີ່ການເຮັດວຽກ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນກວກຮຸ່ງ ສະເໜີຕໍ່ທ່ານ Eric Sidgwick ໃນຖານະຕຳແໜງເປັນຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ ຈົ່ງເອົາໃຈໃສ່ ເຖິງ ຫວຽດນາມ ເວົ້າລວມ ແລະ ນະຄອນຮ່າໂນ້ຍ ເວົ້າສະເພາະຫລາຍກ່ວາອີກ ແລະ ສະເໜີ ADB ພິຈາລະນາດັດປັບບາງບັນຫາໃຫ້ເໝາະສົມກັບເຊື່ອນໄຂຂອງ ຫວຽນດາມ. ທ່ານ Eric Sidgwick ໃຫ້ຮູ້ວ່າ: ທະນາຄານ ADB ພ້ອມແລ້ວທີ່ຈະຮ່ວມມືກັບ ຮ່າໂນ້ຍ ເພື່ອສ້າງການພົວພັນຄູ່ຮ່ວມມືຢ່າງແໜ້ນແຟ້ນ, ຊອກຫາທິດທາງ ແລະ ແກ້ໄຂບັນດາສິ່ງຕິດຂັດທີ່ກ່ຽວຂ້ອງເຖິງລະບຽບການໜູນຊ່ວຍໃຫ້ບັນດາໂຄງການຈະມາເຖິງ. ທ່ານ Eric Sidgwick ໃຫ້ຮູ້ວ່າ: ໃນອະນາຄົດ ທະນາຄານ ADB ຈະເພີ່ມທະວີການຮ່ວມມື, ສ້າງການພົວພັນສະນິດຕິດພັນກັບ ຮ່າໂນ້ຍ ຢ່າງແໜ້ນແຟ້ນກ່ວາອີກ ເພື່ອໜູນຊ່ວຍບັນດາໂຄງການສິ່ງແວດລ້ອມ, ປະກອບສ່ວນປັບປຸງຄຸນນະພາບການດຳລົງຊີວິດ ແລະ ເສດຖະກິດໃຫ້ແກ່ຊາວນະຄອນຫລວງ.