(vovworld) – ໃນວາລະປະຊຸມຕອນບ່າຍວັນທີ 12/7, ກອງປະຊຸມຄັ້ງທີ 5, ສະພາປະຊາຊົນນະຄອນຮ່າໂນ້ຍ ໄດ້ປຶກສາຫາລື ແລະ ຮັບຮອງເອົາມະຕິກ່ຽວກັບການວາງແຜນກຳນົດດ້ານວັດທະນະທຳ ແລະ ການທ່ອງທ່ຽວ. ດ້ວຍການຮັບຮອງເອົາມະຕິກ່ຽວກັບແຜນກຳນົດວັດທະນະທຳ, ຮ່າໂນ້ຍ ແມ່ນທ້ອງຖິ່ນທຳອິດໃນທົ່ວປະເທດປະຕິບັດການວາງແຜນກຳນົດນີ້ ເພື່ອແນໃສ່ສ້າງວັດທະນະທຳຮ່າໂນ້ຍ ໃຫ້ສົມກັບທີ່ຕັ້ງບົດບາດເປັນສູນກາງການເມືອງ, ເສດຖະກິດ, ວັດທະນະທຳຂອງທົ່ວປະເທດ. ການວາງແຜນກຳນົດນີ້ລວມມີ 11 ເນື້ອໃນ, ໃນນັ້ນມີການແຜນກຳນົດລະບົບຫໍພິພິດທະພັນ, ສວນສາທາລະນະ, ການພັດທະນາຟິມຮູບເງົາ; ການເຄື່ອນໄຫວສີລະປະການສະແດງ ແລະ ການວາງແຜນກຳນົດລະບົບຫໍສະໝຸດ… ພິເສດຮອດປີ 2015, ນະຄອນຮ່າໂນ້ຍ ຈະປະຕິບັດການອະນຸລັກ ແລະ ບຸລະນະປະຕິສັງຂອນເຂດຖະໜົນເກົ່າ.
ສະພາປະຊາຊົນນະຄອນຮ່າໂນ້ຍ ກໍໄດ້ຮັບຮອງເອົາມະຕິກ່ຽວກັບການວາງແຜນກຳນົດການທ່ອງທ່ຽວ. ເຊິ່ງຕາມນັ້ນແລ້ວ, ຮອດປີ 2020, ການທ່ອງທ່ຽວຮ່າໂນ້ຍ ຈະກາຍເປັນຂະແໜງເສດຖະກິດປາຍແຫຼມຢ່າງແທດຈິງ, ເຮັດໃຫ້ຮ່າໂນ້ຍ ກາຍເປັນຈຸດນັດພົບທີ່ດູດດື່ມ ແລະ ມີລະດັບສາກົນ.