(VOVWORLD) - ສ່ວນທ່ານເອກອັກຄະລັດຖະທູດ Pier Giorgio Aliberti, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບ ເອີຣົບ ປະຈຳ ຫວຽດນາມ ປາດຖະໜາວ່າ ຈະມີບັນດາກອງປະຊຸມປຶກສາຫາລືກ່ຽວກັບການຮ່ວມມືໃນບັນດາຂົງເຂດໂດຍລະອຽດ
ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ເວືອງດີ່ງເຫ້ວ ແລະ ທ່ານເອກອັກຄະລັດຖະທູດ Pier Giorgio Aliberti (ພາບ: TTXVN) |
ວັນທີ 23 ກັນຍາ, ທີ່ການເຮັດວຽກກັບທ່ານເອກອັກຄະລັດຖະທູດ Pier Giorgio Aliberti, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບ ເອີຣົບ ປະຈຳ ຫວຽດນາມ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ເວືອງດີ່ງເຫ້ວ ໄດ້ເນັ້ນໜັກວ່າ ນະຄອນຫລວງ ຮ່າໂນ້ຍ ຍາມໃດກໍ່ຕັ້ງໜ້າປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ແລະ ຍິນດີຮັບຕ້ອນບັນດາວິສາຫະກິດຕ່າງປະເທດເຂົ້າມາລົງທຶນ, ໃນນັ້ນ ມີບັນດານັກລົງທຶນມາຈາກສະຫະພາບ ເອີຣົບ. ທ່ານ ເວືອງດີ່ງເຫ້ວ ຢືນຢັນວ່າ: ຮ່າໂນ້ຍ ພ້ອມແລ້ວທີ່ຈະແລກປ່ຽນ, ຊອກຫາການຮ່ວມມືໃນບັນດາຂົງເຂດບົ່ມຊ້ອນກັບສະຫະພາບເອີຣົບ. ນອກນັ້ນ, ຮ່າໂນ້ຍ ພວມຂຶ້ນແຜນກ່ຽວກັບຍຸດທະສາດພັດທະນາສັງລວມກ່ຽວກັບເສດຖະກິດ, ສັງຄົມນະຄອນຫລວງໃນໄລຍະ 5 ປີ, 10 ປີຈະມາເຖິງ ແລະ ມີວິໄສທັດຍາວໄກກ່ວາ.
ສ່ວນທ່ານເອກອັກຄະລັດຖະທູດ Pier Giorgio Aliberti, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບ ເອີຣົບ ປະຈຳ ຫວຽດນາມ ປາດຖະໜາວ່າ ຈະມີບັນດາກອງປະຊຸມປຶກສາຫາລືກ່ຽວກັບການຮ່ວມມືໃນບັນດາຂົງເຂດໂດຍລະອຽດ ເປັນຕົ້ນແມ່ນບັນດາເນື້ອໃນ ຊື່ງສະຫະພາບເອີຣົບ ມີທ່າແຮງ ຄືການປົກປັກຮັກສາສິ່ງແວດລ້ອມ, ປັບປຸງຄຸນນະພາບອາກາດ, ຄຸນນະພາບນ້ຳ…