ຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນໃນການກະທຳ, ວຽກງານປະຈຳວັນແຕ່ລະຢ່າງ
ທ່ານເລຮົ່ງແອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ.
(ພາບ: baomoi)
|
(vovworld)- ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບ 3 ປີແຫ່ງການຜັນຂະຫຍາຍຄຳສັ່ງເລກທີ 03 ຂອງກົມການເມືອງກ່ຽວກັບການສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ ຊຶ່ງດຳເນີນໃນວັນທີ 6/5 ຢູ່ຮ່າໂນ້ຍ, ທ່ານເລຮົ່ງແອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນທີ່ອົງຄະນະພັກກຸ່ມວິສາຫະກິດສູນກາງບັນລຸມາໄດ້, ຍ້ອງຍໍຊົມເຊີຍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ດີເດັ່ນໃນການຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນໃນ 3 ປີທີ່ຜ່ານມາ. ທ່ານເລຮົ່ງແອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ເນັ້ນໜັກວ່າ ໃນໄລຍະທີ່ຈະມາເຖິງ, ຄະນະພັກຂັ້ນຕ່າງໆ ແລະ ການນຳບັນດາວິສາຫະກິດ, ຫົວໜ່ວຍຕ່າງໆຄວນກຳນົດແຈ້ງໜ້າທີ່ການຊີ້ນຳນຳພາ, ຈັດຕັ້ງປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງ; ສືບຕໍ່ຊາບຊຶມຄວາມສຳຄັນຂອງການຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ.