ຮຽກຮ້ອງການລົງທຶນ,ຮ່ວມມືຂຸດຄົ້ນບັນດາທ່າແຮງພັດທະນາເສດຖະກິດ-ສັງຄົມເຂດໄຕງວຽນ
ການເຮັດວຽກຢູ່ຄະນະຊີ້ນຳເຂດໄຕງວຽນ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ວັນທີ 08/06, ບັນດາຫົວໜ້າອົງການຜູ້ຕ່າງໜ້າ ຫວຽດນາມ ປະຈຳຕ່າງປະເທດອາຍຸການ 2016 – 2019 ໂດຍທ່ານ ບູຍແທງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ລົງເຮັດວຽກຢູ່ຄະນະຊີ້ນຳເຂດໄຕງວຽນ. ເຂົ້າຮ່ວມການເຮັດວຽກຍັງມີການນຳຈາກ 5 ແຂວງເຂດໄຕງວຽນຄື: ດັກລັກ, ຢາລາຍ, ກອນຕູມ, ດັກນົງ ແລະ ເລີມດົ່ງ. ທ່ານ ບູຍແທງເຊີນ ໃຫ້ຮູ້ວ່າ: ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນເພື່ອໃຫ້ບັນດາຫົວໜ້າອົງການຜູ້ຕ່າງໜ້າ ຫວຽດນາມ ປະຈຳຕ່າງປະເທດ ກຳເໜ້ນ ແລະ ມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບເຂດໄຕງວຽນ. ຜ່ານນັ້ນ ບັນດາຫົວໜ້າອົງການຜູ້ຕ່າງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະເປັນຂົວຕໍ່ເພື່ອເຜີຍແຜ່, ແຈ້ງຂ່າວເຖິງປະຊາຄົມສາກົນເຈົ້າໃຈແຈ້ງກ່ວາ ກ່ຽວກັບເຂດໄຕງວຽນ. ພ້ອມກັນນັ້ນ ແມ່ນຄົ້ນຄວ້າ, ຮ່ວມມືຂຸດຄົ້ນບັນດາທ່າແຮງພັດທະນາເສດຖະກິດ, ສັງຄົມເຂດໄຕງວຽນ, ພິເສດແມ່ນການລົງທຶນພັດທະນາດ້ານກະສິກຳເຕັກໂນໂລຢີສູງ, ເປີດກ້ວາງຕະຫລາດສົ່ງອອກບັນດາປະເພດຜະລິດຕະພັນກະເສດທີ່ມີທ່າແຮງຂອງເຂດໄຕງວຽນຄື: ກາເຟ, ໝາກພິກໄທ, ຢາງພາລາ…