ຮຽບຮຽງປຶ້ມວັດຈະນາ ນຸກົມສັບພະວິຊາ ຫວຽດນາມ
(ພາບປະກອບ: xaluan.com )
(vovworld) – ທ່ານນາຍົກລັດຖະມົນຕີຫາກໍ່ເຊັນອະນຸມັດແຜນຮ່າງຮຽບຮຽງຊຸດປຶ້ມວັດຈະນານຸກົມສັບພະວິຊາ ຫວຽດນາມ. ຕາມນັ້ນແລ້ວ, ແຜນຮ່າງຮຽບຮຽງ ຊຸດປຶ້ມວັດຈະນານຸກົມສັບພະວິຊາຫວຽດນາມລວມມີ 36 ເຫຼັ້ມຊື່ງເນື້ອໃນແມ່ນບັນດາຄວາມຮູ້ພື້ນຖານກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະ ໂລກ. ໃນນັ້ນ, ມີບັນດາຄວາມຮູ້ອັນຈຳເປັນສຳລັບຫວຽດນາມ. ແຜນຮ່າງຮຽບຮຽງຊຸດປຶ້ມວັດຈະນານຸກົມສັບ ພະວິຊາຫວຽດນາມ ໄດ້ຮັບການຮຽບຮຽງດັ່ງກ່າວມີລັກສະນະວິທະຍາສາດ, ຊົນຊາດ, ທັນສະໄໝ; ຮັບປະກັນລັກສະນະມາດຖານ ແລະ ລັກສະນະລະບົບ; ຊາບຊືມທັດສະນະຂອງລັດທິມາກເລນິນ ແລະ ແນວຄິດໂຮ່ຈິມິນ, ແນວທາງນະໂຍບາຍຂອງພັກ ແລະ ລັດຫວຽດນາມ. ການຮຽບຮຽບຊຸດປຶ້ມວັດຈະນານຸກົມສັດພະວິຊາສັງລວມຫວຽດນາມ ເພື່ອແນໃສ່ປະກອບສ່ວນຍົກສູງລະດັບຄວາມຮູ້ໃຫ້ປະຊາຊົນ, ຮັບໃຊ້ໃຫ້ແກ່ພາລະກິດສ້າງສາ, ປົກປັກຮັກສາ, ພັດທະນາປະເທດຊາດ, ກາຍເປັນເຄື່ອງມືໃນການຮ່ຳຮຽນ, ຊອກຮູ້ທາງການ, ມີມາດຖານ, ຈຳເປັນໃນວິວັດການຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບໂລກຂອງຫວຽດນາມ. ຊຸດປຶ້ມວັດຈະນານຸກົມສັບພະວິຊາຫວຽດນາມ ໂດຍສະຖາບັນມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ຮຽບຮຽງແຕ່ປີ 2014-2023./.