ເກຼັກຈະໄດ້ຮັບ13ຕື້ເອີໂຣທຳອິດໃນບ້ວງເງິນກູ້ຊ່ວຍໃໝ່ເພື່ອໃຊ້ໜີ້
(ພາບປະກອບ)
(vovworld) – ວັນທີ 19/08, ກົນໄກຄວາມໝັ້ນຄົງເອີລົບ (EMS) ໄດ້ຮັບຮອງເອົາບ້ວງເງິນກູ້ຊ່ວຍສາກົນທີ 3 ທີ່ສະຫງວນໃຫ້ເກຼັກ ມີມູນຄ່າ 86 ຕຶ້ ເອີໂຣ, ຜ່ານນັ້ນ ໄດ້ເລີ່ມປ່ອຍບ້ວງເງິນກູ້ຊ່ວຍທຳອິດມີມູນຄ່າ 13 ຕື້ເອີໂຣ ໃຫ້ Athens, ກ່ອນເວລາທີ່ ເກຼັກ ຕ້ອງຊຳລະບ້ວງເງິນ 3,2 ຕື້ເອີໂຣ ໃຫ້ທະນາຄານສູນກາງເອີລົບ (ECB) 1 ວັນ. ດ້ວຍຖານະແມ່ນ 1 ໃນຈຳນວນ 4 ເຈົ້າໜີ້ຂອງເກຼັກ, EMS ຢືນຢັນວ່າ ພາຍຫຼັງກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນດຂອງຄະນະອຳນວຍການ, EMS ໄດ້ຕົກລົງກ່ຽວກັບໂຄງການກູ້ຊ່ວຍໃຫ້ເກຼັກ.