ເກຼັກແລະຊາອຸດີອາຣາເບຍຈັບຕົວຜູ້ຖືກສົງໄສກໍ່ການຮ້າຍຫຼາຍຄົນ
(ພາບປະກອບ: AP)
(vovworld) – ວັນທີ 31/01, ຕຳຫຼວດເກຼັກ ໄດ້ຈັບຕົວ 2 ຄົນຖືໜັງສືຜ່ານແດນຊູແອດ ຍ້ອນຖືກສົງໄສມີການພົວພັນກັບບັນດາກຸ່ມທຳສົງຄາມສັກສິດ, ໃນນັ້ນ, ມີຊາຍຄົນໜຶ່ງເຊື້ອຊາດ Bosnia ແລະ Herzegovina, ເປົ້າໝາຍຍັງເຫຼືອເຊື້ອຊາດ Yemen. 2 ເປົ້າໝາຍນີ້ຖືກຈັບຕົວເມື່ອພວມຂີລົດເມຢູ່ນະຄອນ Alexandroupolid, ທາງພາກເໜືອເກຼັກ. ເປົ້າໝາຍ 2 ຄົນດັ່ງກ່າວຖືກກ່າວຫາວ່າຖືອາວຸດ ແລະ ຖືກຟ້ອງສານໃນວັນທີ 02/02 ຈະມາເຖິງ.
ໃນອາທິດຜ່ານມາ, ຊາອຸດີອາຣາເບຍ ກໍໄດ້ຈັບຕົວຜູ້ຖືຶກສົງໄສກໍ່ການຮ້າຍ 33 ຄົນ, ໃນນັ້ນມີຊາວອາເມລິກາ 9 ຄົນ ແລະ ຊາວຊາອຸດີິອາຣາເບຍ 14 ຄົນ.