(vovworld) – ເຫດວາງລະເບີດເກີດຂຶ້ນໃນວັນທີ 13/08, ຢູ່ເມືອງ ນິວແບກແດດ, ທາງທິດຕາເວັນອອກນະຄອນຫຼວງແບກແດດ ຂອງອີຣັກ, ເຊິ່ງເປັນແຫ່ງມີຊາວອິດສະລາມ ນິກາຍຊີອາ ດຳລົງຊີວິດເປັນຈຳນວນຫຼາຍ, ເຮັດໃຫ້ຢ່າງໜ້ອຍສຸດ 10 ຄົນເສຍຊີວິດ ແລະ 21 ຄົນຖືກບາດເຈັບ.
ແລະກໍ່ໃນວັນດຽວກັນ ກໍ່ໄດ້ເກີດເຫດວາງລະເບີດຢູ່ແຄມທາງສາຍ 1 ຢູ່ເມືອງ Karada ຂຶ້ນກັບນະຄອນຫຼວງ ແບກແດດ ເຮັດໃຫ້ 2 ຄົນເສຍຊີວິດ ແລະ 7 ຄົນຖືກບາດເຈັບ.
ກ່ຽວຂ້ອງເຖິງອີຣັກ, ຕາມແຫຼ່ງຂ່າວຈາກ ບຣຸກແຊນ, ປະເທດແບນຊິກ, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງສະຫະພາບເອີລົບ (EU) ທ່ານນາງ Catherine Ashton ພ້ອມແລ້ວທີ່ຈະໂຮມກອງປະຊຸມພິເສດເຊິ່ງລວມມີບັນດາລັດຖະມົນຕີການຕ່າງປະເທດ EU ດ້ວຍເນື້ອໃນສຸມໃສ່ເຂົ້າໃນບັນດາການປະທະກັນຢູ່ອີຣັກ, ຢູແກຼນ ແລະ ເຂດກາຊາ.ປະຈຸບັນ, ທ່ານນາງ Ashton ພວມປຶກສາຫາລືກ່ຽວກັບກອງປະຊຸມນີ້ກັບລັດຖະບານບັນດາປະເທດເອີລົບ. ຄາດວ່າ, ກອງປະຊຸມຖືກດຳເນີນໄປໃນອາທິດໜ້າ ຫຼື ວັນທີ 25 – 26/08.