ເກີດເຫດວາງລະເບີດ ຢູ່ Nigeria
(ພາບ: Itar-Tass)
(vovworld)- ວັນທີ 1/6, ຕຳຫຼວດ Nigeria ໃຫ້ຮູ້ວ່າ: ໄດ້ເກີດເຫດວາງລະເບີດຢູ່ສະໜາມກິລາແຫ່ງ 1 ທີ່ເທດສະບານເມືອງ Mubi, ລັດ Adamawa ທາງທິດຕາເວັນອອກສ່ຽງເໜືອທີ່ຂາດສະຖຽນລະພາບຂອງປະເທດນີ້ ແນໃສ່ກອງເຊຍບານເຕະ ຊື່ງໄດ້ເຮັດໃຫ້ຢ່າງໜ້ອຍສຸດ 40 ຄົນເສຍຊີວິດ. ຜູ້ເຫັນເຫດການຄົນ 1 ໃຫ້ຮູ້ວ່າ: ຜູ້ປະສົບເຄາະຮ້າຍເກືອບທັງໝົດແມ່ນກອງເຊຍຂອງທິມບານເຕະ ແລະ ໃນຈຳນວນເຫຼົ່ານີ້ມີທັງແມ່ຍິງ ແລະເດັກນ້ອຍ.
ເຫດການດັ່ງກ່າວເກີດຂຶ້ນຢູ່ 1 ໃນຈຳນວນ 3 ລັດຢູ່ທາງທິດຕາເວັນອອກສ່ຽງເໜືອຂອງ Nigeria ແຫ່ງທີ່ຖືກຈັດວາງໃນສະພາວະສຸກເສີນໃນຮອບເວລາກ່ວາ 1 ປີຜ່ານມາ ໃນຂະນະທີ່ກອງທັບພວມມານະພະຍາຍາມປາບປາມການລຸກຮຶ້ຂຶ້ນທີ່ແກ່ຍາວເປັນເວລາ 5 ປີທີ່ຜ່ານມາຂອງ Boko Haram./.