ການເຄື່ອນໄຫວບໍລິຈາກເລືອດໂດຍສະໝັກໃຈ
(ພາບ: internet)
|
Vovworld- ຕອນເຊົ້າວັນທີ 16/3 ຢູ່ຮ່າໂນ້ຍ, ຄະນະຊີ້ນຳແຫ່ງຊາດບັ້ນຂົນ ຂວາຍບໍລິຈາກເລືອດໂດຍ ສະໝັກໃຈຂອງຫວຽດນາມໄດ້ຈັດກອງປະຊຸມທົ່ວປະເທດໂດຍສະຫຼຸບວຽກງານບັ້ນຂົນຂວາຍບໍລິຈາກເລືອດໂດຍສະໝັກໃຈໄລຍະ 2008-2011 ແລະ ທິດທາງໜ້າທີ່ໄລຍະ 2012-2015. ໃນໄລຍະ 2008-2011, ທົ່ວປະເທດໄດ້ ຂົນຂວາຍ ແລະ ຮັບເອົາເລືອດບໍລິຈາກເລືອດໂດຍ ສະໝັກໃຈລວມ 690.000 ກ່ວາລິດ ແລະ ໃນປີ 2011 ປະລິມານ ເລືອດບໍລິຈາກ ໂດຍສະໝັກໃຈແມ່ນກວມເກືອບ 90%. ເພື່ອແກ້ໄຂສະພາບການຂາດແຄນ ເລືອດໃນການ ປິ່ນປົວຄົນເຈັບໄລຍະ 2012-2015, ທ່ານ ວໍ້ດິງວິງ ຫົວໜ້າຫ້ອງວ່າການຄະນະຊີ້ນຳແຫ່ງຊາດບັ້ນຂົນ ຂວາຍບໍລິຈາກ ເລືອດໂດຍສະໝັກໃຈໃຫ້ຮູ້ວ່າ :
“ ຄະນະຊີ້ນຳແຫ່ງຊາດບັ້ນຂົນ ຂວາຍບໍລິຈາກເລືອດໂດຍສະໝັກໃຈສືບຕໍ່ໂຄສະນາຍົກສູງລະດັບຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຜົນປະໂຫຍດຂອງ ການບໍລິຈາກເລືອດໂດຍສະໝັກໃຈເພື່ອກອບກູ້ເອົາຊີວິດມະນຸດ ແລະ ຄວາມ ປອດໄພໃນການສົ່ງເລືອດ. ຢາກເຮັດໄດ້ສິ່ງດັ່ງກ່າວ, ກ່ອນອື່ນໝົດຈາກຂັ້ນ ສູນກາງລົງຮອດຮາກຖານຕ້ອງກໍ່ສ້າງ ຖັນແຖວທີ່ຫຼັກແຫຼ່ງແກ່ນສານ, ນັ້ນແມ່ນຜູ້ ອາສາສະໝັກ, ນັກໂຄສະນາ. ພ້ອມກັນນັ້ນ, ກໍຕ້ອງສ້າງກົນໄກ ນະໂຍບາຍ ໃຫ້ແກ່ບັນດາຜູ້ເຮັດວຽກງານບໍລິຈາກເລືອດໂດຍສະໝັກໃຈ ແລະ ມີການເຂົ້າ ຮ່ວມຂອງອຳນາດ ການປົກຄອງ, ອົງການ, ຂະແໜງການຂັ້ນຕ່າງໆ ”
ປະຈຸບັນ, ຫວຽດນາມມີສູນສົ່ງເລືອດລະດັບພາກ 4 ແຫ່ງ ແລະ ລະດັບເຂດ 4 ແຫ່ງ. ບັນດາຮາກຖານ ໄດ້ຜັນຂະຫຍາຍຫຼາຍຮູບແບບຮັບການບໍລິຈາກເລືອດ ຢູ່ກັບບ່ອນ ແລະ ເຄື່ອນທີ່, ພ້ອມທັງຈັດຫຼາຍເຫດການ ບໍລິຈາກເລືອດໂດຍ ສະໝັກໃຈຄັ້ງໃຫຍ່ຢ່າງສຳເລັດຜົນ.