ເກືອບ 1,5 ຕື້ດົງ ສະໜັບສະໜູນ “ປີໃໝ່ເພື່ອຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມ 2015” ດ່ານັ້ງ
(ພາບປະກອບ)
(vovworld) – ສະໜັບສະໜູນຂະບວນການ “ປີໃໝ່ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ 2015” ໂດຍສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ ນະຄອນດ່ານັ້ງ ປຸກລະດົມ. ໃນຕອນເຊົ້າວັນທີ 20/01, ບັນດາອົງການຈັດຕັ້ງ, ວິສາຫະກິດ, ບຸກຄົນໄດ້ບໍລິຈາກເງິນເກືອບ 1,5 ຕື້ດົງ ແລະ ຂອງຂວັນນັບພັນພູດ ສົ່ງເສີມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນບໍລິເວັນນະຄອນ.
ນະຄອນດ່ານັ້ງ ມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມກວ່າ 5.000 ຄົນ. ໃນ 10 ປີຜ່ານມາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ ນະຄອນດ່ານັ້ງ ລະດົມບໍລິຈາກເງິນໄດ້ກວ່າ 70 ຕື້ດົງ ເພື່ອສົ່ງເສີມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ຈາກຈຳນວນເງິນດັ່ງກ່າວ, ສະມາຄົມໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈກວ່າ 200 ຫຼັງ, ມອບລົດເຂັນ ແລະ ໜູນຊ່ວຍທຶນພັດທະນາການຜະລິດໃຫ້ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ ເພື່ອໃຫ້ເຂົາເຈົ້າບືນຕົວຂຶ້ນເຊື່ອມໂຍງເຂົ້າກັບສັງຄົມ. ທ່ານນາງ ຫງວຽນທິຮ່ຽນ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມນະຄອນດ່ານັ້ງ ໃຫ້ຮູ້ວ່າ.
“ໃນໄລຍະ 10 ປີຜ່ານມາ, ຖ້າຫາກບໍ່ມີການຮ່ວມມືແບ່ງປັນຂອງບັນດາອົງການ, ບຸກຄົນທັງພາຍໃນ ແລະ ຕ່າງປະເທດ, ພວກຂ້າພະເຈົ້າບໍ່ສາມາດສືບຕໍ່ວຽກງານສົ່ງເສີມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ, ລະດົມກຳລັງໃຈ ແລະ ຊ່ວຍໃຫ້ເຂົາເຈົ້າບື່ນຕົວຂຶ້ນເຊື່ອມໂຍງເຂົ້າກັບວົງຄະນະຍາດໄດ້. ປີມະແມ ໃກ້ຈະວຽນມາແລ້ວ, ຂ້າພະເຈົ້າປາດຖະໜາວ່າ, ບັນດາຜູ້ມີໃຈບຸນໃຈກຸ້ສົນທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງຮ່ວມແຮງຮ່ວມໃຈສະໜັບສະໜູນຂອງຂວັນປີໃໝ່ໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ເພື່ອໃຫ້ເຂົາເຈົ້ຮໄດ້ຕ້ອນຮັບປີໃໝ່ດ້ວຍຄວາມອົບອຸ່ນ”.