ເກືອບ 70 ຄົນຖືກບາດເຈັບ ແລະ ເສຍຊີວິດໃນເຫດວາງລະເບີດສະຫຼະຊີບຢູ່ອາບການິດສຖານ

ເກືອບ 70 ຄົນຖືກບາດເຈັບ ແລະ ເສຍຊີວິດໃນເຫດວາງລະເບີດສະຫຼະຊີບຢູ່ອາບການິດສຖານ - ảnh 1
(ພາບປະກອບ: AP)

(vovworld) – ວັນ​ທີ 02/04, ຢ່ອງ​ໜ້ອຍ​ຊຸດ​ທີ 17 ຄົນ​ເສຍ​ຊີວິດ ​ແລະ 50 ຄົນ​ຖືກ​ຮັບ​ບາດ​ເຈັບ​ໃນ​ເຫດ​ວາງສະ​ເບີດ​ສະຫຼະ​ຊີບ​ທີ່​ເກີດ​ຂຶ້ນ​ຢູ່​ນະຄອນ Khost ຂຶ້ນກັບ​ເມືອງ​​ເອກ​ Khost, ທາງ​ທິດຕາ​ເວັນ​ອອກ ​ອາບ​ກາ​ນິດ​ສຖານ. ປະຈຸ​ບັນ, ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ກ່າວ​ຮັບຜິດຊອບຕໍ່​​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​ເທື່ອ, ​ແຕ່​ການວາງ​ລະ​ເບີດສະຫຼະ​ຊີ​ບ​ແມ່ນ​ວິທີ​ເຊິ່ງກຸ່ມ​ກະບົດ Taliban ​ເຄີຍ​ນຳ​ໃຊ້​ເປັນ​ປະຈຳ. ບັນດາ​ເຫດ​ບຸກ​ໂຈມ​ຕີ​ແນ​ໃສ່​ກຳລັງປ້ອງ​ກັນ​ຄວາມ​ສະຫງົບ, ​ແຕ່​ໄດ້​ກໍ່​ຄວາມ​ລົ້ມ​ຫາຍ​ຕາ​ຍຈາກ​ໃຫ້​ສາມັນ​ຊົນ. ​ໃນ​ບົດ​ລາຍ​ງານ​ຫວ່າງ​ແລ້ວ​ນີ້​ຂອງ​ສະຫະ​ປະຊາ​ຊາດ ​ໃຫ້​ຮູ້​ວ່າ, ຈຳນວນ​ສາມັນ​ຊົນ​ເສຍ​ຊີວິດ ​ແລະ ​ຮັບ​ບາດ​ເຈັບ​ຢູ່​ອາບ​ກາ​ນິດ​ສຖານ ​ໄດ້​ເພີ່ມ​ຂຶ້ນ 22% ​ໃນ​ປີ 2014, ດ້ວຍ​ຈຳນວນ​ຜູ້​ຖືກ​ບາດ​ເຈັບ ​ແລະ ​ເສຍ​ຊີວິດ​​ຂຶ້ນ​ເຖິງ 10.548 ຄົນ, ​ໃນ​ສະພາບ​ທີ່​ອົງການ NATO ສິ້ນ​ສຸດ​ໜ້າ​ທີ່​ສູ້ຮົບ​ຕ້ານ​ຕາ​ລີ​ບານ ຢູ່​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ