ເກືອບ84%ຈຳນວນວິສາຫະກິດສະໜັບສະໜູນບັນດາສັນຍາການຄ້າສາກົນ
ປະຊາຄົມເສດຖະກິດ ອາຊຽນ ໄດ້ຮັບຄວາມສົນໃຈຈາກວິສາຫະກິດ ຫຼາຍທີ່ສຸດ
(ພາບ: Reuters)
(vovworld) – ກົມໃຫຍ່ສະຖິຕິຫາກໍ່ປະກາດໝາກຜົນຂອງການສຳຫຼວດລະດັບກຽມພ້ອມເຂົ້າຮ່ວມການເຊື່ອມໂຍງສາກົນຂອງວິສາຫະກິດ ຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດ. ຕາມນັ້ນແລ້ວ, ມີວິສາຫະກິດເກືອບ 84% ສະໜັບສະໜູນເລື່ອງເຊັນບັນດາສັນຍາການຄ້າສາກົນ. ຕາມໝາກຜົນຂອງການສຳຫຼວດຢູ່ວິສາຫະກິດອຸດສາຫະກຳປຸງແຕ່ງ, ຜະລິດ 3.500 ແຫ່ງແລ້ວ, ບັນດາສັນຍາການຄ້າສາກົນທີ່ ຫວຽດນາມ ໄດ້ລົງນາມໄດ້ຮັບຄວາມສົນໃຈ ຈາກປະຊາຄົມວິສາຫະກິດ ຫວຽດນາມ, ດ້ວຍອັດຕາສ່ວນເປັນລຳດັບຄື: ປະຊາຄົມເສດຖະກິດ ອາຊຽນ ບັນລຸລະດັບສູງສຸດດ້ວຍ 83,8%, ຈາກນັ້ນແມ່ນສັນຍາຄູ່ຮ່ວມມືຂ້າມປາຊີຟິກ, ສັນຍາການຄ້າເສລີ ຫວຽດນາມ - ຍີ່ປຸ່ນ, ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ, ສັນຍາການຄ້າເສລີ ຫວຽດນາມ - ສ. ເກົາຫຼີ. ບັນດາວິສາຫະກິດ ຫວຽດນາມ ຄາດຄະເນຍຸດທະສາດກຳແໜ້ນກາລະໂອກາດຈາກການເຊື່ອມໂຍງສຸມໃສ່ 3 ຂົງເຂດຕົ້ນຕໍຄື: ຍົກສູງຄຸນນະພາບຜະລິດຕະພັນ, ເປີດກ້ວາງການຜະລິດດຳເນີນທຸລະກິດ ແລະ ຊອກຫາຕະຫຼາດໃໝ່. ພາຫະນະເຄື່ອງຈັກ, ເຕັກໂນໂຕຢີ ເປັນໜຶ່ງໃນບັນດາປັດໄຈຫຼັກແຫຼ່ງ, ຍົກສູງກຳລັງແກ້ງແຍ້ງໃນການເຊື່ອມໂຍງ.