ເຂດທະເລຮ່ວາງຊາແມ່ນບໍລິເວນຫາປາທີ່ເປັນມູນເຊື້ອຂອງຊາວປະມົງຫວຽດນາມ

ເຂດທະເລຮ່ວາງຊາແມ່ນບໍລິເວນຫາປາທີ່ເປັນມູນເຊື້ອຂອງຊາວປະມົງຫວຽດນາມ - ảnh 1

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ

(vovworld) - ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ທີ່​ກ່ຽວ​ຂ້ອງ​ເຖິງ​ປະຕິກິລິຍາ​ຂອງ​ຫວຽດນາມ ທີ່​ມີຕໍ່​ຂໍ້​ຕົກລົງ​ຫ້າມ​ຫາ​ປາພຽງ​ລຳພັງ​ຝ່າຍ​ດຽວຂອງ​ຈີນ ຢູ່​ເຂດ​ທະ​ເລ​ຮ່ວາງ​ຊາ, ຂຶ້ນ​ກັບ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ​ໃນ​ການ​ປະຊຸມ​ຂ່າວ​, ​ເຊິ່ງຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​,  ​ຕອນ​ບ່າຍ​ວັນ​ທີ 21/5, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ຢືນຢັນ​ວ່າ:

        “ຮ່ວາງ​ຊາ ​ແມ່ນ​ຜືນ​ແຜ່ນດິນ​ສ່ວນ​ໜຶ່ງຂອງ​ຫວຽດນາມ​ ທີ່​ບໍ່​ອາດ​ຕັດ​ແຍກອອກ​ໄດ້. ເຂດ​ທະ​ເລ​ຮ່ວາງ​ຊາ ​​ແມ່ນບໍລິ​ເວນ​ຫາ​ປາ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ປະມົງ​ຫວຽດນາມ ນັບ​ແຕ່​ດົນ​ນານ​ມາ​ແລ້ວ. ບັນດາອົງການ​ກ່ຽວຂ້ອງ​ຂອງ​ຫວຽດນາມ ຈະ​ເພີ່ມ​ທະວີ​ການ​ຄຸ້ມຄອງ ​​ແລະ ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ສິນ​ທະ​ເລ​ຂອງ​ຊາວ​ປະມົງ​ຫວຽດນາມ​ ຢູ່​ບໍລິ​ເວນ​ຫາ​ປາທີ່​ຂຶ້ນ​ກັບ​ເຂດ​ທະ​ເລ​ຂອງ​ຫວຽດນາມ, ​ເພື່ອ​ແກ້​ໄຂ​ບັນດາ​ກໍລະນີ​ທີ່​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ​ຢູ່​ທະ​ເລ​ຢ່າງ​ທັນ​ການ“.

        ​ແລະ ກໍ່​ໃນ​ການ​ປະຊຸມ​ຂ່າວ​ຕອນ​ບ່າຍ​ວັນ​ທີ 21/5, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ກໍ່​ໃຫ້​ຮູ້​ບັນດາ​ມາດ​ຕະການ​ປົກ​ປ້ອງ​ຊາວ​ຫວຽດນາມ ​ທີ່​ຖືກ​ຝ່າຍ​ມາ​ເລ​ເຊຍຈັບ​ຕົວ:

        “ຕາມ​ລາຍ​ງານ​ຈາກ​ສະຖານທູດ​ຫວຽດນາມ​ປະຈຳ​ມາ​ເລ​ເຊຍ, ບັນດາ​ພົນລະ​ເມືອງ​ຫວຽດນາມ​ ທີ່​ຖືກ​ກັກ​ຂັງ​ຢູ່​ມາ​ເລ​ເຊຍ​ ຍ້ອນ​ລະ​ເມີດ​ກົດໝາຍ​ຂອງ​ປະ​ເທດ​ນີ້. ສະຖານທູດ​ຫວຽດນາມ​ ປະຈຳ​ມາ​ເລ​ເຊຍ ​ໄດ້​ດຳ​ເນີນ​ບັນດາ​ມາດ​ຕະການ​ປົກ​ປ້ອງ​ພົນລະ​ເມືອງ​ທີ່​ຈຳ​ເປັນ. ສຳລັບ​ກໍລະ​ນີ້​ໄດ້​ຮັບ​ການ​ປ່ອຍ​ຕົວ​ເປັນ​ອິດ​ສະ​ລະ, ສະຖານທູດ​ຫວຽດນາມ​ ປະຈຳ​ມາ​ເລ​ເຊຍ  ພວມ​ສົມທົບ​ກັບ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ປະ​ເທດ​ນີ້ ກໍ່​ຄີ​ຂອງ​ຫວຽດນາມ​ ເພື່ອ​ເຮັດ​ລະບຽບ​ການ​ໃຫ້​ເຂົາ​ເຈົ້າ​ກັບ​ຄືນ​ປະ​ເທດ​ໂດຍ​ໄວ“.

 ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ກໍ່​ໃຫ້​ຮູ້​ວ່າ, ​ແຕ່ວັນ​ທີ 24-29/5, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ຈະ​ໄປ​ຢ້ຽ​ມຢາມ ​ໄທ ​ແລະ ມຽນມາ. ການ​ຢ້ຽມຢາມ​ໄທ​ ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 24-26/5, ຕາມ​ຄຳ​ເຊີນ​ຂອງ​ຮອງ​ນາຍົກລັດຖະມົນຕີ, ທັງ​​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ. ຈາກ​ນັ້ນ, ​ແຕ່​ວັນ​ທີ 27-29/5, ​ໂດຍ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ລະຫວ່າງ​ສອງ​ປະ​ເທດ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ຈະ​ຢ້ຽມຢາມ​ມຽນມາ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 8 ຄະນະ​ກຳມະການ​ປະສົມ​ຫວຽດນາມ - ມຽນມາ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ວັດທະນະທຳ ​ແລະ ​ເຕັກນິກ.

ຂ່າວ/ບົດ​ອື່ນ