(VOVWORLD) -“ເມື່ອຂ້າພະເຈົ້າຕອບຄຳຖາມໃນການເສັງ, ຂ້າພະເຈົ້າຮູ້ສຶກວ່າ ພວມຊອກຮູ້ກ່ຽວກັບປະຫວັດສາດພັດທະນາຂອງຫວຽດນາມຜ່ານໄລຍະຕ່າງໆ”.
ບົດເສອບເສັງຂອງທ່ານຜູ້ຟັງ |
ນັ້ນແມ່ນຄຳແບ່ງປັນຂອງທ່ານຜູ້ຟັງ Rudy Hartono, ຢູ່ Kalimantan Barat, ປະເທດ Indonesia, ເມື່ອເຂົ້າຮ່ວມ ການສອບເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”. ທ່ານແມ່ນໜຶ່ງໃນບັນດາຜູ້ຟັງວິທະຍຸໃນລາຍການພາກພາສາ Indonesia, VOV5, ເປັນເວລາ 32 ປີ. ປີ 2020 ແມ່ນຄັ້ງທີ 3 ທີ່ທ່ານໄດ້ເຂົ້າຮ່ວມການເສັງໂດຍ VOV ຈັດຕັ້ງໃຫ້ທ່ານຜູ້ຟັງທົ່ວໂລກ. ທ່ານ Rudy Hartono ເວົ້າວ່າ:
ຂ້າພະເຈົ້າຊອກຫາຄຳຕອບຜ່ານບັນດາລາຍການທີ່ອອກອາກາດ ແລະ ໃນເວັບໄຊຂອງ VOV. ນອກຈາກນັ້ນ, ກໍ່ຍັງໄດ້ຊອກນຳເອກະສານໃນອິນເຕີແນັດຈຳນວນໜຶ່ງຂອງ Indonesia. ການເຮັດບົດສອບເສັງຂອງຂ້າພະເຈົ້າມີຄວາມງ່າຍດາຍພໍສົມຄວນ ເພາະວ່າຂ້າພະເຈົ້າມັກຟັງວິທະຍຸກະຈາຍສຽງຫວຽດນາມ. ຍິ່ງໄປກ່ວານັ້ນ, ເຕັກໂນໂລຊີຂໍ້ມູນຂ່າວສານກໍ່ພັດທະນາຫຼາຍ, ສະນັ້ນຈຶ່ງຊ່ວຍຂ້າພະເຈົ້າເຂົ້າອີນເຕີແນັດ ແລະ ຊອກຫາເອກະສານໄດ້ງ່າຍ. ຂ້າພະເຈົ້າໄດ້ເຂົ້າຮ່ວມການສອບເສັງຄືແບບນີ້ 3 ເທື່ອແລ້ວ.
ນອກຈາກນັ້ນ, ທ່ານ Rudy Hartono, ຍັງໄດ້ສົ່ງເສີມບັນດາສະມາຊິກໃນສະໂມສອນຟັງວິທະຍຸ, ພ້ອມກັນເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”. ຫວັງວ່າ ດ້ວຍການແບ່ງປັນຂອງທ່ານ Rudy Hartono, ຜູ້ທີ່ມີປະສົບການໃນການເຂົ້າຮ່ວມການເສັງຂອງ VOV, ທ່ານຜູ້ຟັງຈະມີກຳລັງໜູນຕື່ມອີກ ເພື່ອເຂົ້າຮ່ວມການສອບເສັງດັ່ງກ່າວ.