(ພາບປະກອບ:.vinacorp.vn)
(vovworld)- ຕາມກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລ້ວ, ໄລ່ຮອດທ້າຍເດືອນ 7/2013, ຍອດຈຳນວນເງິນລົງທຶນໂດຍກົງຂອງຕ່າງປະເທດສະໜອງໃໝ່ ແລະ ເພີ່ມຂຶ້ນບັນລຸກ່ວາ 12 ຕື້ USD, ເພີ່ມ 19,6% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ບັນດາຂົງເຂດອຸດສາຫະກຳປຸງແຕ່ງ, ການຜະລິດເຄື່ອງຈັກສືບຕໍ່ດຶງດູດບັນດານັກລົງທຶນຕ່າງປະເທດດ້ວຍກ່ວາ 10 ຕື້ USD, ກວມເກືອບ 90% ຈອດຈຳນວນທຶນຈົດທະບຽນຂອງທັງປະເທດ. ທີ 2 ແມ່ນຂົງເຂດອະສັງຫາລິມະຊັບ, ຖັດມາແມ່ນຂົງເຂດຂາຍຍົກ, ຂາຍຍ່ອຍ, ສ້ອມແປງ ແລະ ຂົງເຂດການບໍລິການ, ພັກເຊົ່າ ແລະ ກິນດື່ມ. ໃນ 7 ເດືອນຜ່ານມາ, ຍິ່ປຸ່ນ ຍັງແມ່ນນັກລົງທຶນໃຫ່ຍອັນດັບ 1 ດ້ວຍຍອດຈຳນວນເງິນລົງທຶນເກືອບ 4 ຕື້ USD, ຖັດມາແມ່ນສິງກະໂປ ແລະ ລັດເຊຍ.