ເງະອານ: ວັນອາທິດຮັບເລືອດບໍລິຈາກໄດ້ 1.000 ຖົງ

(VOVWORLD) - ນີ້ແມ່ນເທື່ອທີ 10 ລາຍການວັນອາທິດແດງ ໄດ້ຮັບການຈັດຕັ້ງຢູ່ແຂວງ ເງະອານ ແລະ ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອຕອບສະໜອງບັ້ນຂົນຂວາຍບໍລິຈາກເລືອດອາສາສະໝັກໃນໂອກາດ “ບຸນປີໃໝ່ປະຈຳຊາດ - ງານບຸນລະດູບານໃໝ່ແດງ” ປີ 2018
ເງະອານ: ວັນອາທິດຮັບເລືອດບໍລິຈາກໄດ້ 1.000 ຖົງ - ảnh 1 ທ່ານ ເລມີງທົງ - ຮອງປະທານຄະນະກຳມະການປະຊາຊົນແຂວງເງະອານ ກໍ່ເຂົ້າຮ່ວມການບໍລິຈາກເລືອດ

ໂດຍຕອບສະໜອງຂະບວນການບໍລິຈາກເລືອດໃນທົ່ວປະເທດ, ວັນທີ 14 ມັງກອນ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ ໃນບໍລິເວນນະຄອນ ວີງ ໄດ້ເຂົ້າຮ່ວມບັນບຸນ “ວັນອາທິດບໍລິຈາກເລືອດ” ໂດຍຄະນະຊີ້ນຳແຫ່ງຊາດຂົນຂວາຍບໍລິຈາກເລືອດອາສາສະໝັກສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງແຂວງ ເງະອານ ຈັດຕັ້ງ.

        ນີ້ແມ່ນເທື່ອທີ 10 ລາຍການວັນອາທິດແດງ ໄດ້ຮັບການຈັດຕັ້ງຢູ່ແຂວງ ເງະອານ ແລະ ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອຕອບສະໜອງບັ້ນຂົນຂວາຍບໍລິຈາກເລືອດອາສາສະໝັກໃນໂອກາດ “ບຸນປີໃໝ່ປະຈຳຊາດ - ງານບຸນລະດູບານໃໝ່ແດງ” ປີ 2018. ຄະນະຊີ້ນຳບໍລິຈາກເລືອດອາສາສະໝັກແຂວງ ເງະອານ ໃຫ້ຮູ້ວ່າ: ໃນປີກ່ອນ, ທົ່ວປະເທດໄດ້ຮັບເອົາເລືອດບໍລິຈາກປະມານ 1,5 ລ້ານຖົງ, ສະເພາະແຂວງເງະອານ ເກັບມາໄດ້ຮັບເອົາເລືອດບໍລິຈາກເກືອບ 30.000 ຖົງເພື່ອປິ່ນປົວໃຫ້ຄົນເຈັບ. ໃນຕອນເຊົ້າຂອງວັນທີ 14 ມັງກອນ, ບັນດານັກອາສາສະໝັກບໍລິຈາກເລືອດໄດ້ເກືອບ 1.000 ຖົງ, ສູ້ຊົນບໍລິຈາກເລືອດໃຫ້ໄດ້ 1.500 ຖົງໃນບັ້ນເຄື່ອນໄຫວຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ