(VOVWORLD) - ຕອນບ່າຍວັນທີ 05 ມັງກອນ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ອັງກິດ Mark Field ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານ ຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານ Mark Field |
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີງມິງ ຕີລາຄາສູງໝາກຜົນອັນດີງາມຂອງກອງປະຊຸມເຈລະຈາຍຸດທະສາດປະຈຳປີ ຫວຽດນາມ - ອັງກິດ ຄັ້ງທີ 6 ທີ່ຫາກໍ່ດຳເນີນໄປຢູ່ ຮ່າໂນ້ຍ ແລະ ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ.
ສ່ວນທ່ານລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ອັງກິດ Mark Field ຕີລາຄາສູງການພັດທະນາທີ່ຂະຫຍັນຂັນເຄື່ອນ, ມີປະສິດທິຜົນຂອງການພົວພັນ 2 ປະເທດໃນໄລຍະຜ່ານມາ; ທ່ານຢືນຢັນວ່າ: ລັດຖະບານ ອັງກິດ ສືບຕໍ່ໃຫ້ບຸລິມະສິດຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ພັດທະນາເຂົ້າສູ່ລວງເລິກໃນທຸກຂົງເຂດໃນໄລຍະຈະມາເຖິງ.
ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 05 ມັງກອນ, ທີ່ເຮືອນຮັບແຂກລັດຖະບານ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ແລະ ທ່ານລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ອັງກິດ Mark Field ເປັນປະທານຮ່ວມກອງປະຊຸມເຈລະຈາຍຸດທະສາດປະຈຳປີ ຫວຽດນາມ - ອັງກິດ ຄັ້ງທີ 6.
ເມື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ, 2 ຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ພົບປະລະຫວ່າງການນຳຂັ້ນສູງ 2 ປະເທດ, ພ້ອມທັງ ສືບຕໍ່ຜັນຂະຫຍາຍກົນໄກເຈລະຈາຍຸດທະສາດກ່ຽວກັບດ້ານການທູດ - ຄວາມສະຫງົບ - ປ້ອງກັນຊາດຢ່າງມີປະສິດທິຜົນ; ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ - ການລົງທຶນ ແລະ ໂຄສະນາວັດທະນະທຳ, ການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສສາກົນ.
ພາຍຫລັງການເຈລະຈາ, 2 ຝ່າຍໄດ້ອອກຖະແຫຼງການສື່ມວນຊົນຮ່ວມກ່ຽວກັບໝາກຜົນແຫ່ງການເຈລະຈາຍຸດທະສາດ ຫວຽດນາມ - ອັງກິດ ຄັ້ງທີ 6.