ເຈລະຈາຮອບທີ7ຂັ້ນນັກວິຊາການຂີດເສັ້ນຊາຍແດນເຂດເສດຖະກິດຈຳເພາະຫວຽດນາມ-ອິນໂດເນເຊຍ

ເຈລະຈາຮອບທີ7ຂັ້ນນັກວິຊາການຂີດເສັ້ນຊາຍແດນເຂດເສດຖະກິດຈຳເພາະຫວຽດນາມ-ອິນໂດເນເຊຍ - ảnh 1
(ພາບປະກອບ)

(vovworld) –     ​ໂດຍ​ສືບ​ຕໍ່​ການ​ເຈລະຈາ​ຮອບ​ທີ 6 ຢູ່ Jakarta ​ແຕ່​ວັນ​ທີ 10 – 12/3. ​ໃນ​ລະຫວ່າງ​ວັນ​ທີ 15 – 17/12 ຢູ່​ຮ່າ​ໂນ້ຍ ດຳ​ເນີນການ​ເຈລະຈາ​ຮອບ​ທີ 7 ຂັ້ນນັກ​ວິຊາ​ການ​ຂີດ​ເສັ້ນ​ຊາຍ​ແດນ​ເຂດ​ເສດຖະກິດ​ຈຳ​ເພາະ ຫວຽດນາມ - ອິນ​ໂດ​ເນ​ເຊຍ. ທີ່​ກອງ​ປະຊຸມ​ຮອບ​ທີ 7, 2 ຄະນະ​ຜູ້​ແທນ​ສືບ​ຕໍ່​ແລກປ່ຽນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຂີດ​ເສັ້ນ​ຊາຍ​ແດນ​ເຂດ​ເສດຖະກິດ​ຈຳ​ເພາະ​ລະຫວ່າງ 2 ປະ​ເທດ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວກັບ​ກົດໝາຍ​ວ່າ​ດ້ວຍທະ​ເລ​ປີ 1982. ຫົວໜ້າ​ຄະນະ​ເຈລະຈາ 2 ປະ​ເທດ​ເຫັນ​ດີ​ນຳ​ກັນວ່າ: ວິວັດ​ການ​ເຈລະຈາ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອິນ​ໂດ​ເນ​ເຊຍ.

ຂ່າວ/ບົດ​ອື່ນ