ພາບປະກອບ
|
(vovworld) – ວັນທີ 19/1, ເຈົ້າໜ້າທີ່ ຍີ່ປຸ່ນ ທ່ານໜຶ່ງໃຫ້ຮູ້ວ່າ: ໃນຮອບເຈລະຈາຫຼ້າສຸດກ່ຽວກັບສັນຍາການຄ້າເສລີ (FTA) 3 ຝ່າຍ, ຍີ່ປຸ່ນ, ຈີນ ແລະ ສ. ເກົາຫຼີ ຖືກປະລາໄຊໃນການວາງຈຸດໝາຍໃຫ້ລະດັບການເປີດປະຕູບັນດາຕະຫຼາດ. ແຕ່ເຖິງຢ່າງໃດກໍຕາມ, ຜູ້ຕາງໜ້າຝ່າຍຕ່າງໆໄດ້ເຫັນດີເປັນເອກະພາບຈະສືບຕໍ່ປຶກສາຫາລື, ພ້ອມທັງຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງບັນດາການນຳໃນການສິ້ນສຸດການເຈລະຈາຄັ້ງຕ່າງໆໂດຍໄວ. ປະຈຸບັນ, 3 ປະເທດພວມຄິດໄລ່ຊັ່ງຊາຈັດຕັ້ງບັນດາການໂອ້ລົມສົນທະນາຂັ້ນລັດຖະມົນຕີຊ່ວຍວ່າການໃນເດືອນ 4 ຈະມາເຖິງຢູ່ ສ. ເກົາຫຼີ. ນີ້ແມ່ນຄັ້ງທຳອິດທີ່ລັດຖະມົນຕີການຊ່ວຍວ່າການກະຊວງການຕ່າງປະເທດຮັບຜິດຊອບບັນຫາເສດຖະກິດຂອງຍີ່ປຸ່ນ Yasumasa Nagamine, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຄ້າ ຈີນ ກາວຢານ ແລະ ທ່ານລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ສ. ເກົາຫຼີ Kim Hak – do ໄດ້ຈັດຕັ້ງການເຈລະຈາພາຍຫຼັງທີ່ການນຳ 3 ປະເທດໄດ້ໃຫ້ຄຳໝັ້ນສັນຍາສົ່ງເສີມບັນດາການປຶກສາຫາລືກ່ຽວກັບສັນຍາການຄ້າເສລີເມື່ອເດືອນ 11/2015. ຖ້າຫາກໄດ້ຮັບການລົງນາມ, FTA ຍີ່ປຸ່ນ - ຈີນ - ສ. ເກົາຫຼີ ຈະແມ່ນສັນຍາການຄ້າເສລີທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນພາກພື້ນ, ດ້ວຍເລື່ອງເຊື່ອມຕໍ່ 3 ໃນຈຳນວນ 4 ພື້ນຖານເສດຖະກິດໃຫຍ່ສຸດຢູ່ອາຊີ. ເຖິງຢ່າງໃດກໍຕາມ, ນັບແຕ່ເລີ່ມຕົ້ນເຈລະຈາເມື່ອທ້າຍປີ 2012, ບັນດາຝ່າຍບັນລຸຄວາມຄືບໜ້າໄດ້ໜ້ອຍທີ່ສຸດ.