ກອງປະຊຸມຢູ່ປາກເຊ
(ພາບ: KPL)
(vovworld) – ຕອນບ່າຍວັນທີ 21/6, ຢູ່ເມືອງ ປາກເຊ, ແຂວງ ຈຳປາສັກ, ພາກໃຕ້ລາວ, ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ຂັ້ນສູງການທ່ອງທ່ຽວ ອາຊຽນ. ບັນດາເຈົ້າໜ້າທີ່ຂັ້ນສູງການທ່ອງທ່ຽວບັນດາປະເທດ ອາຊຽນ, ຄະນະເລຂາ ອາຊຽນ ເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືຮ່າງຖະແຫຼງການປາກເຊກ່ຽວກັບການທ່ອງທ່ຽວອະນຸລັກ ອາຊຽນ ດ້ວຍຫົວຂໍ້ວ່າ “ອາຊຽນ ບໍ່ມີພົມແດງ: ວິວັດການພັດທະນາຍຸດທະສາດບັນດາກຸ່ມສະຖານທີ່ທ່ອງທ່ຽວອະນຸລັກ ແລະ ບັນດາແລວທ່ອງທ່ຽວອະນຸລັກ”. ນະທີ່ນີ້, ບັນດາຜູ້ແທນ ໄດ້ເຫັນດີເປັນເອກະສັນບັນດາເນື້ອໃນພື້ນຖານເພື່ອຍື່ນສະເໜີຕໍ່ກອງປະຊຸມໂຕະມົນລັດຖະມົນຕີການທ່ອງທ່ຽວ ອາຊຽນ ພິຈາລະນາ, ຮັບຮອງເອົາ.
ວັນທີ 22/6, ໃນຂອບເຂດກອງປະຊຸມເຈົ້າໜ້າທີ່ຂັ້ນສູງການທ່ອງທ່ຽວ ອາຊຽນ, ໄດ້ດຳເນີນວາລະໄຂເວທີປາໄສທ່ອງທ່ຽວອະນຸລັກອາຊຽນ.