ເຊີດຊູນັກທຸລະກິດດີເດັ່ນຫວຽດນາມ100ຄົນ

ເຊີດຊູນັກທຸລະກິດດີເດັ່ນຫວຽດນາມ100ຄົນ - ảnh 1
ທ່ານ ຫວູຕຽນ​ລົກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ
ພາບ: dddn.vn


(vovworld)- ​ສະ​ເຫລີ​ມສະຫລອງ​ວັນ​ນັກທຸລະກິດ​ດີ​ເດັ່ນ​ຫວຽດນາມ, ວັນ​ທີ 11/10, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ ​ແລະ ມອບ​ຂັນ​ແທງ​ຢອງ​(Thanh Giong) ​ໃຫ້​ແກ່​ນັກທຸລະກິດ​ດີ​ເດັ່ນ​ຫວຽດນາມ ປີ 2013 ລວມມີ100 ຄົນ. ນະ​ພິທີ, ທ່ານ ຫວູຕຽນ​ລົກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ​ໃນ​ໄລຍະ​ຕໍ່ຕ້ານ ກຳລັງ​ນັກທຸລະກິດ​ໄດ້​ມີ​ການ​ປະກອບສ່ວນ​ໃຫ້​ແກ່​ປະຕິວັດ. ​ເມື່ອ​ປະ​ເທດ​ຊາດ​ໄດ້​ຮັບ​ສັນຕິພາບ, ກຳລັງ​ນັກທຸລະກິດ​ສືບ​ຕໍ່​ປະກອບສ່ວນ​​ໃຫ້​ແກ່​ພາລະກິດ​ປ່ຽນ​ແປງ​ໃຫມ່​​ແລະ ສ້າງສາຂອງ​ປະ​ເທດ​ຊາດ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຕີ​ລາຄາ​ສູງ ​ແລະ ​ຍ້ອງຍໍ​ຈິດ​​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເຫ​ນີວ່າ: ປະຊາ​ຄົມ​ວິ​ສາ​ຫະກິດ, ນັກທຸລະກິດ​ສືບ​ຕໍ່​ຮ່ວມ​​ເດີນ​ທາງ​ກັບລັດຖະບານ​ເພື່ອ​ປະຕິບັດ​ບັນດາ​ຫນ້າ​ທີ່​ເສດຖະກິດ​ສັງຄົມ​ໃນ​ປີ​ນີ້ ​ແລະ​ຊຸມ​ປີ​ຕໍ່​ໄປ​ຢ່າງ​ມີ​ໄຊ. ພ້ອມ​ກັນ​ນັ້ນ ວິ​ສາ​ຫະກິດ​ຄວນ​ສ້າງ​ຖັນ​ແວ​ນັກທຸລະກິດ​ມີ​ຄວາມ​ຮັບຜິດຊອບ​ສັງຄົມ​ສູງ, ສືບ​ຕໍ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ, ສ້າງ​ຜະລິດ​ຕະພັນ​ໃຫມ່​ເພື່ອ​ສືບ​ຕໍ່​ຄົງ​ຕົວ ​ແລະ ພັດທະນາ.

 

ຕອບກັບ

ຂ່າວ/ບົດ​ອື່ນ