ການມອບລາງວັນເປັນທູດວັດທະນະທຳການອ່ານ
|
(vovworld) – ນັກຮຽນດີເດັ່ນ 27 ຄົນຂອງບັນດາໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນຢູ່ນະຄອນຫຼວງ ຮ່າໂນ້ຍ ທີ່ຫາກໍ່ໄດ້ຮັບການຍ້ອນເປັນທູດວັດທະນະທຳການອ່ານຂອງນະຄອນຫຼວງຈາກພະແນກຖະແຫຼງຂ່າວ ແລະ ສື່ສານ, ພະແນກການສຶກສາແລະ ບຳລຸງສ້າງ. ພິທີມອບລາງວັນໄດ້ຮັບການຈັດຕັ້ງໃນວັນທີ 9/10 ໃນຂອບເຂດງານບຸນປື້ມ ຮ່າໂນ້ຍ ປີ 2016. ພາຍຫຼັງປຸກລະດົມເປັນເວລາກ່ວາ 3 ເດືອນ, ນັກຮຽນ ຮ່າໂນ້ຍ ກ່ວາ 10.000 ໄດ້ເຂົ້າຮ່ວມການເສັງຊອກຮູ້ທູດການອ່ານ ນະຄອນຫຼວງ ຢູ່ຂັ້ນໂຮງຮຽນ, ນັ້ນຮາກຖານ. ນ້ອງຫງວຽນວັນຖູ່ຍລີງ, ນັກຮຽນ ມ4, ໂຮງຮຽນມັດທະຍົມຕອນຕົ້ນ ໂງສີລຽນ, ເມືອງ ຮ່ວານກ໋ຽມ, ຮ່າໂນ້ຍ, ຜູ້ຍາດໄດ້ລາງວັນທູດວັດທະນະທຳການອ່ານດີເດັ່ນຂອງນະຄອນຫຼວງ ປີ 2016, ໃຫ້ຮູ້ວ່າ:
“ນ້ອງມີຫຼາຍແນວຄວາມຄິດຢາກແບ່ງປັນ. ຕົວຢ່າງຄືໃນປະຈຸບັນ, ຢູ່ຕາມຖະໜົນຍ່າງ ຢູ່ ໂຮ່ເກືອມ ຈະມີຮ້ານວາງສະແດງປື້ມຈຳນວນໜຶ່ງເພື່ອໃຫ້ທຸກຄົນສາມາດອ່ານ ແລະ ແບ່ງປັນ ກໍ່ຄືແລກປ່ຽນປື້ມນຳກັນ. ນອກຈາກນັ້ນ, ນ້ອງຍັງມີແນວຄວາມຄິດອື່ນໆຄື: ຢູ່ແຕ່ລະເນດຊຸມຊົນກໍ່ຄວນມີເຂດວາງສະແດງປື້ມສຳລັບເດັກນ້ອຍ ຫຼືວ່າ ຍາມຮຽນປະຫວັດສາດ, ພຸມສາດ… ຄວນນຳເອົາບັນດາປື້ມທີ່ຕົນເຫັນມ່ວນ ແລະ ກ່ຽວຂ້ອງເຖິງເນື້ອໃນການຮຽນມາແລກປ່ຽນຄວາມຮູ້ນຳກັນຕື່ມອີກ.”