ເຊີດຊູບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ກຸ່ມວິສາ ຫະກິດສູນກາງ

ເຊີດຊູບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ກຸ່ມວິສາ ຫະກິດສູນກາງ - ảnh 1
(ພາບປະກອບ)

(vovworld) – “ຂີດ​ໝາຍ​ປີ 2013”, ​ເຊິ່ງ​ແມ່ນ​ງານ​ພົບ​ປະ​​ແລກປ່ຽນເຊີດ​ຊູ​ການ​ປະກອບສ່ວນ​ຂອງ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່ ​ແລະ ທະ​ນາຄາ​ນກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ ໂດຍ​ອົງຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ​ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 19/01. ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ແລກປ່ຽນ ມີບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່ ​ແລະ ທະນາຄາ​ນທີ່​ພັດທະນາ​ຢ່າງ​ໝັ້ນຄົງ​ເຂັ້ມ​ແຂງ, ປະກອບສ່ວນ​ນຳ​ຍອດ​​ລາຍ​ຮັບ​ງົບປະມານ​ແຫ່ງ​ຊາດໃນ​ກຸ່ມ​ຂຶ້ນ​ເຖິງ​ເກືອບ 300.000 ຕື້​ດົງ, ກວມ​ເກືອບ 37% ຍອດ​ລາຍ​ຮັບ​ງົບປະມານ​ແຫ່ງ​ຊາດ ໜູນ​ຊ່ວຍ 3.100 ຕື້ດົງ​ເພື່ອ​ປະຕິບັດ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ. ບັນດາ​ເຫດການ​ພົ້ນ​ເດັ່ນ​ຂອງ​ທົ່ວ​ກຸ່ມ​ໃນ​ປີ 2013 ​ໄດ້​ຮັບ​ການ​ເຊີດ​ຊູ​ທີ່​ງານ​ພົບ​ປະ​ແລກປ່ຽນຄື: ​ໂຄງການ​ກັ່ນ​ນ້ຳມັນ  ​ງີ​​ເຊີນ ​ແລະ ​ໂຄງການ​ທະ​ເລ​ຕາ​ເວັນ​ອອກ 01 ຂອງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ຫວຽດນາມ; ກິດຈະກຳ​ສາຍ​ກາບໄຟ​ຟ້​າໃຕ້​ທະ​ເລ​ຍາວ​ກວ່າ​ໝູ່​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽ​ງ​ໃຕ້, ຈາກ​ທະ​ເລ ຮ່າ​ຕຽນ ຮອດ ຟຸ໋ກ໋ວກ ​ໂດຍ​ກຸ່ມ​ບໍລິ​ສັດ​ໄຟຟ້າຫວຽດນາມ ປະ​ຕິ​ບັດ.

        ທ່ານ​ເລຂາ​ຄະນະ​ພັກກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ ບຸ​ຍວັນ​ເກື່ອ​ງ ​ໃຫ້​ຮູ້​ວ່າ, ຈຸດໝາຍ​ປີ 2014 ຂອງ​ທົ່ວ​ກຸ່ມ​ແມ່ນສຸມ​ໃສ່​ຍູ້​ແຮງ​ການປະຕິບັດ​​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ, ທະນາຄານ​ຄືນ​ໃໝ່, ສືບ​ຕໍ່​ຫັນ​ລັດສາ​ຫະກິດ​ເປັນ​ຫູ້ນສ່ວນ, ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ; ​ເພີ່ມ​ທະວີ​ການ​ຊີ້​ນຳ ນຳພາ​ຂອງ​ພັກ​ໃນ​ວິ​ສາ​ຫະກິດ​ແຫ່ງ​ລັດ.

ຂ່າວ/ບົດ​ອື່ນ