(TTX) - ຕອນຄໍ່າວັນທີ 16/9, ຢູ່ທີ່ຮ່າໂນ້ຍ, ມີໄວໜຸ່ມດີເດັນ 250 ຄົນ ທີ່ໄດ້ຮັບການເຊີດຊູໃນລາຍການສະຫຼຸບພົນງານການປະກວດ “ຄວາມສາມາດພິເສດຂອງນັກຮຽນ, ນັກສຶກສາໜຸ່ມບັນດາໂຮງຮຽນສິລະປະວັດທະນະທຳ, ກິລາ ແລະ ທ່ອງທ່ຽວຄັ້ງທີ 1”. 26 ຮາກຖານບຳງລຸງສ້າງສິລະປະວັດທະນະທຳ ໄດ້ທຳການສະແດງ 40 ລາຍການສິລະປະທີ່ໄດ້ຮັບລາງວັນສູງໃນງານປະກວດ “ຄວາມສາມາດພິເສດຂອງນັກຮຽນ, ນັກສຶກສາໜຸ່ມໃນບັນດາໂຮງຮຽນສິລະປະວັດທະນະທຳ, ກິລາ ແລະ ທ່ອງທ່ຽວຄັ້ງທີ 1”.. ບັນດາລາຍການຮ້ອງເພງ, ຟ້ອນ, ດົນຕີເພື້ນເມືອງ ແລະ ຍຸກສະໄໝປະຈຸບັນຄື: ດົນຕີໃນພະລາດຊະວັງ, ລະຄອນຕ່ວງ, ລຳເລື່ອງ, ກະຍະສິນ, ລະຄອນເວົ້າ… ແມ່ນສະແດງໃນຄໍ່າຄືນວັນທີ 16 – 17/9. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ Hoang Tuan Anh ໄດ້ຍ້ອງຍໍ, ຊົມເຊີຍ ແລະ ມອບລາງວັນໃຫ້ຄູອາຈານ 41 ຄົນ ໃນຂົງເຂດສິລະປະການສະແດງ ທີ່ມີນັກຮຽນຍາດໄດ້ລາງວັນທີ 1 ໃນງານປະກວດ “ຄວາມສາມາດພິເສດຂອງນັກຮຽນ, ນັກສຶກສາໜຸ່ມຂອງບັນດາໂຮງຮຽນສິລະປະວັດທະນະທຳ, ກິລາ ແລະ ທ່ອງທ່ຽວຄັ້ງທີ 1”.