ພາບປະກອບ:internet
|
(vovworld)- ຕອນເຊົ້າວັນທີ 25/10 ຢູ່ ຮ່າໂນ້ຍ, ຫນັງສືພີມລາວດົ້ງ(ແປ່ວ່າແຮງງານ) ໄດ້ສົມທົບກັບສະຫະພັນໃຫຍ່ແຮງງານຫວຽດນາມ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ, ຫ້ອງການອຸດສາຫະກຳ ແລະ ການຄ້າຫວຽດນາມ ຈັດຕັ້ງພິທີເຊີດຊູ “ວິສາຫະກິດເພື່ອຄົນງານ” ຄັ້ງທີ 1.
85 ວິສາຫະກິດພົ້ນເດັ່ນໄດ້ຮັບການເຊີດຊູໃນຄັ້ງນີ້ ແມ່ນບັນດາຫົວຫນ່ວຍມີສະພາບແວດລ້ອມເຮັດວຽກທີ່ດີ, ສົມທົບການປະຕິບັດບັນດາຂໍ້ກຳນົດຂອງກົດໝາຍຫວຽດນາມ ຢ່າງກົມກຽວ ແລະ ມຸ່ງໄປເຖິງການປະຕິບັດບັນດາມາດຕະຖານສາກົນກ່ຽວກັບແຮງງານ. ພິເສດ ນີ້ແມ່ນບັນດາວິສາຫະກິດບັນລຸມາດຖານຄັດເລືອກ ໃນການຈ່າຍປະກັນສັງຄົມໃຫ້ແກ່ຄົນງານສຳເລັດຜົນ. ກ່າວຄຳເຫັນນະພິທີ, ທ່ານ ດັ້ງງອກຕູງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ເນັ້ນຫນັກວ່າ:
“ຜ່ານຕາຕະລາງຈັດອັນດັບວິສາຫະກິດເພື່ອຄົນງານ, ພວກຂ້າພະເຈົ້າຢາກຍ້ອງຍໍສັນລະເສີນ, ທະວີຄູນບັນດາວິສາຫະກິດທີ່ມີອິດທິພົນຊື່ສຽງ ໄດ້ມານະພະຍາຍາມປັບປຸງສະພາບແວດລ້ອມການເຮັດວຽກຢ່າງບໍ່ຢຸດຢັ້ງ, ເອົາໃຈໃສ່ເຖິງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງກຳມະກອນ.”