ເຊີດຊູແລະມອບນາມມະຍົດຊາວກະສິກອນດີເດັ່ນປີ2014ໃຫ້63ຄົນ
ທ່ານປະທານສະມາຄົມຊາວກະສິກອນ ຫວຽດນາມ ຫງວຽນກວກເກື່ອງ ກ່າວຄຳເຫັນທີ່ພິທີ
(ພາບ: vov.vn)
(vovworld) – ຕອນຄ່ຳວັນທີ 11/10, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນຫວຽດນາມ ໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງອຸດສາຫະກຳ ແລະ ການຄ້າ, ໂທລະພາບ ຫວຽດນາມ ຈັດຕັ້ງພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ຜູ້ດີເດັ່ນປີ 2014 ໃຫ້ 63 ຄົນ ກ່ຽວກັບບັນດາການປະກອບສ່ວນເຂົ້າໃນພາລະກິດສ້າງສາກະສິກຳ - ຊາວກະສິກອນ - ຊົນນະບົດ.
ເປັນກຽດທີ່ໄດ້ມານະຄອນຫຼວງ ຮ່າໂນ້ຍ ຮັບລາງວັນຊາວກະສິກອນດີເດັ່ນປີ 2014 ດ້ວຍຜົນງານປູກປ່າ, ຊ່ວຍເຫຼືອຊາວກະສິກອນຄົນອື່ນແມ່ນຊາວຊົນເຜົ່າສ່ວນໜ້ອຍຜ່ານຜ່າຄວາມທຸກຍາກ, ຊາວກະສິກອນ ເລດິ່ງຮວານ, ຢູ່ຕາແສງ ເຮື໋ອງເລີບ, ເມືອງ ເຮື໋ອງຮ່ວາ, ແຂວງ ກວາງຈີ້, ແບ່ງປັນວ່າ:
“”ກ່ອນນີ້ 15 ປີຂ້າພະເຈົ້າໄດ້ໄປໄຕງວຽນ ນຳບັນດາແນວພັນປູກມາຄົ້ນຄ້ວາ, ປູກຢູ່ທ້ອງຖີ່ນ ພັດທະນາເສດຖະກິດ, ປູກຕົ້ນໄມ້ຢູ່ດິນເປົາຫວ່າງ, ພູຫົວລົ້ນ. ມື້ນີ້, ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈທີ່ໄດ້ຕາງໜ້າໃຫ້ບັນດາຊາວກະສິກອນແຂວງ ກວາງຈີ້ ຢູ່ເຂດຫ່າງໄກທີ່ສຸດຂອງແຂວງ ໄດ້ມານະຄອນຫຼວງເພື່ອຮັບລາງວັນນີ້”
ທີ່ພິທີ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານສະມາຄົມຊາວກະສິກອນ ຫວຽດນາມ ຫງວຽນກວກເກື່ອງ ໄດ້ມອບໃບຍ້ອງຍໍ ແລະ ຫຼຽນທີລະນຶກໃຫ້ຊາວກະສິກອນດີເດັ່ນປີ 2014 ໃຫ້ 63 ຄົນ.