ເຊີດຊູ 20 ວິສາຫະກິດພັດທະນາແບບຍືນຍົງດີເດັ່ນທີ່ສຸດຢູ່ຫວຽດນາມປີ 2019

(VOVWORLD) -ມີບາງວິສາຫະກິດໃຫຍ່ໄດ້ຮັບການເຊີດຊູໃນຄັ້ງນີ້ຄື: ບໍລິສັດຫຸ້ນສ່ວນນ້ຳນົມຫວຽດນາມ (Vinamilk), ບໍລິສັດນ້ຳດື່ມ Coca Cola ຫວຽດນາມ

ເຊີດຊູ 20 ວິສາຫະກິດພັດທະນາແບບຍືນຍົງດີເດັ່ນທີ່ສຸດຢູ່ຫວຽດນາມປີ 2019 - ảnh 1 ພິທີປະກາດວິສາຫະກິດພັດທະນາແບບຍືນຍົງຢູ່ຫວຽດນາມ

(ພາບ: TTXVN)

ວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ສະພາສາຫະກິດເພື່ອການພັດທະນາແບບຍືນຍົງຫວຽດນາມ, ສັງກັດຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ຈັດຕັ້ງພິທີປະກາດວິສາຫະກິດພັດທະນາແບບຍືນຍົງຢູ່ຫວຽດນາມ. ມີບາງວິສາຫະກິດໃຫຍ່ໄດ້ຮັບການເຊີດຊູໃນຄັ້ງນີ້ຄື: ບໍລິສັດຫຸ້ນສ່ວນນ້ຳນົມຫວຽດນາມ (Vinamilk), ບໍລິສັດນ້ຳດື່ມ Coca Cola ຫວຽດນາມ, ບໍລິສັດ Nestle ຫວຽດນາມ ຈຳກັດ, ທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV)…

        ມາດຕະຖານຄັດເລືອກໂດຍອີງໃສ່ປະມວນດັດຊະນີວິສາຫະກິດພັດທະນາແບບຍືນຍົງ (CSI) ໃນການຕິດຕາມ, ຕີລາຄາການເຄື່ອນໄຫວຂອງບັນດາວິສາຫະກິດ ຮັບໃຊ້ຄວາມຮຽກຮ້ອງຕ້ອງການຄຸ້ມຄອງລັດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຢູ່ 3 ຂົງເຂດແມ່ນເສດຖະກິດ - ສັງຄົມ ແລະ ສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ