(vovworld) – ຕອນເຊົ້າວັນທີ 9/4, ຢູ່ ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນລາຍງານຕີລາຄາ ຫວຽດນາມ ພ້ອມກັບໜັງສືພິມ ເອເລັກໂຕນິກ Vietnamnet ໄດ້ປະກາດຕາຕະລາງຈັດລຳດັບ 500 ວິສາຫະກິດເຕີບໂຕໄວທີ່ສຸດຢູ່ ຫວຽດນາມ ໃນປີ 2012. ນີ້ເປັນຄັ້ງທີ 3 ທີ່ຕາຕະລາງຈັດລຳດັບກຸ່ມ 500 ວິສາຫະກິດເຕີບໂຕໄວທີ່ສຸດ ຢູ່ ຫວຽດນາມ ໄດ້ຮັບການປະກາດ ເພື່ອແນໃສ່ຮັບຮູ້ບັນດາຄວາມມານະພະຍາຍາມ ແລະ ເຊີດຊູບັນດາວິສາຫະກິດເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ເຕີບໂຕໄວທີ່ສຸດ. ຕາຕະລາງຈັດລຳດັບ 500 ວິສາຫະກິດເຕີບໂຕໄວທີ່ສຸດໃນປີ 2012 ສະແດງໃຫ້ເຫັນວ່າ: ປະມານ 26% ຈຳນວນວິສາຫະກິດມີລາຍຮັບເພີ່ມຂຶ້ນທົບ 2 ເທົ່າ. ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ຍັງແມ່ນ 2 ທ້ອງຖິ່ນນຳໜ້າພື້ນຖານເສດຖະກິດ ດ້ວຍຈຳນວນວິສາຫະກິດເຕີບໂຕ ຖືກເຂົ້າຕາຕະລາງຈັດລຳດັບຫຼາຍທີ່ສຸດໃນທົ່ວປະເທດ. ທາງດ້ານຂະແໜງສິນຄ້າ ບັນດາວິສາຫະກິດໃນຂົງເຂດອະສັງຫາລິມະຊັບ ແລະ ທະນາຄານ ຍັງຄົງກວມອັດຕາສ່ວນຫຼາຍກ່ວາ.